ມີ 62 ຜົນ​ງານ​ດີ​ເດັ່ນ​ໄດ້​ຮັບ​ລາງວັນຄ້ອນກ່ຽວ​ຄຳ ຄັ້ງ​ທີ 5 ປີ 2020

(VOVWORLD) -ພິທີປະກາດ ແລະ ມອບລາງວັນສື່ມວນຊົນທົ່ວປະເທດກ່ຽວກັບວຽກງານກໍ່ສ້າງພັກ (ລາງວັນຄ້ອນກ່ຽວຄຳ) ຄັ້ງທີ 5 - ປີ 2020 ຖືກດຳເນີນໃນຕອນຄ່ຳວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ. 

ຄະນະຈັດຕັ້ງ ໄດ້ຮັບ 1710 ຜົນງານເຂົ້າຮ່ວມການເສັງ, ດ້ວຍຫຼາຍຫົວຂໍ້ ແລະ ໄດ້ສະແດງຜ່ານຫຼາຍຮູບແບບທີ່ແຕກຕ່າງກັນ ຈາກທຸກແຂວງ, ນະຄອນໃນທົ່ວປະເທດ.  ບັນດາຜົນງານໃກ້ຊິດຕິດແທດກັບບັນດາບັນຫາຮ້ອນເຮັ່ງ, ເຫດການທີ່ພົ້ນເດັ່ນ ແລະ ສ່ອງແສງບັນດາບັນຫາທີ່ດຶງດູດຄວາມສົນໃຈຈາກທົ່ວສັງຄົມໄດ້ຢ່າງທັນການ. ທ່ານ ໂງມິນຕ໊ວນ, ບັນນາທິການໃຫຍ່ ວາລະສານ ກໍ່ສ້າງພັກ, ອົງການຈັດການເສັງຊີງລາງວັນສື່ມວນຊົນທົ່ວປະເທດ ກ່ຽວກັບວຽກງານກໍ່ສ້າງພັກ - ລາງວັນຄ້ອນກ່ຽວຄຳ ຄັ້ງທີ 5 ປີ 2020, ຢັ້ງຢືນວ່າ:

        “ປີ 2020, ມີຫຼາກຫຼາຍຫົວຂໍ້ທີ່ຈັບໃຈ. ສະນັ້ນ, ຈຳນວນຜົນງານເຂົ້າຮ່ວມການເສັງຊີງລາງວັນຄ້ອນກ່ຽວຄຳກໍເພີ່ມຂຶ້ນ. ເນື້ອໃນຜົນງານປີນີ້ ໄດ້ສ່ອງແສງສະພາບການສັງລວມກ່ຽວກັບດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການຕ່າງປະເທດ ຕະຫຼອດຮອດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຢ່າງຮອບດ້ານພໍສົມຄວນ. ລາງວັນ ຄ້ອນກ່ຽວຄຳຄັ້ງທີ 5 ປີ 2020 ໄດ້ສ້າງແຫຼ່ງບັນດານໃຈໃໝ່ ຊ່ວຍໃຫ້ນັກຂ່າວ, ບັນນາທິການ ມີກຳລັງໜູນຕື່ມອີກໃນການໂຄສະນາ ແລະ ສ້າງຜົນສຳເລັດໃຫ້ແກ່ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ”.

ຕອບກັບ

ຂ່າວ/ບົດ​ອື່ນ