ມີ 80 ໂຄງ​ການ​ startup ຂອງ​ນັກ​ຮຽນ​, ນັກ​ສຶກ​ສາ ໄດ້​ຮັບ​ລາງວັນ​ໃນ​ການ​ເສັງ “ນັກ​ຮຽນ, ນັກ​ສຶກ​ສາ ດ້ວຍແນວ​ຄວາມ​ຄິດ startup” ຄັ້ງ​ທີ V

(VOVWORLD) - ການເສັງດັ່ງກ່າວໄດ້ປຸກລະດົມແຕ່ເດືອນພະຈິກປີ 2022 ໂດຍມີ 508 ໂຄງການໄດ້ເຂົ້າຮ່ວມ, ເຊິ່ງໃນນັ້ນມີ 80 ໂຄງການດີເດັ່ນໄດ້ຮັບລາງວັນໃນຄັ້ງນີ້. ໃນນັ້ນ, ລາງວັນທີໜຶ່ງມີ 10 ລາງວັນ, ລາງວັນທີສອງ 20 ລາງວັນ ແລະ ລາງວັນທີສາມ 30 ລາງວັນ.
ມີ 80 ໂຄງ​ການ​ startup ຂອງ​ນັກ​ຮຽນ​, ນັກ​ສຶກ​ສາ ໄດ້​ຮັບ​ລາງວັນ​ໃນ​ການ​ເສັງ “ນັກ​ຮຽນ, ນັກ​ສຶກ​ສາ ດ້ວຍແນວ​ຄວາມ​ຄິດ startup” ຄັ້ງ​ທີ  V - ảnh 1ພິທີມອບລາງວັນ (ພາບ: VOV)

ຕອນບ່າຍວັນທີ 26 ມີນາ, ຢູ່ນະຄອນ ເຫວ້, ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ, ສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ແລະ ແຂວງ ເທື່ອທຽນເຫວ້ ໄດ້ຈັດພິທີປິດວັນບຸນ startup ແຫ່ງຊາດຂອງ ນັກຮຽນ, ນັກສຶກສາ ແລະ ມອບລາງວັນ “ນັກຮຽນ, ນັກສຶກສາ ດ້ວຍແນວຄວາມຄິດ startup” ຄັ້ງທີ  V.

        ການເສັງດັ່ງກ່າວໄດ້ປຸກລະດົມແຕ່ເດືອນພະຈິກປີ 2022 ໂດຍມີ 508 ໂຄງການໄດ້ເຂົ້າຮ່ວມ, ເຊິ່ງໃນນັ້ນມີ 80 ໂຄງການດີເດັ່ນໄດ້ຮັບລາງວັນໃນຄັ້ງນີ້. ໃນນັ້ນ, ລາງວັນທີໜຶ່ງມີ 10 ລາງວັນ, ລາງວັນທີສອງ 20 ລາງວັນ ແລະ ລາງວັນທີສາມ 30 ລາງວັນ.

        ເນື່ອງໃນໂອກາດນີ້, ກະຊວງສຶກສາ ແລະ ກ່ສ້າງກໍ່ໄດ້ປຸກລະດົມການເສັງ ນັກຮຽນ, ນັກສຶກສາ ດ້ວຍແນວຄວາມຄິດ startup ຄັ້ງທີ VI.


ຕອບກັບ

ຂ່າວ/ບົດ​ອື່ນ