ມີ 9 ບົດປະພັນຄວ້າໄດ້ລາງວັນ A ຂອງລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 17

(VOVWORLD) - ລາງວັນສື່ມວນຊົນແຫ່ງຊາດ ແມ່ນເຫດການໃຫຍ່ ດຶງດູດຄວາມສົນໃຈເປັນພິເສດຂອງວົງການນັກຂ່າວໃນທົ່ວປະເທດ
ມີ 9 ບົດປະພັນຄວ້າໄດ້ລາງວັນ A ຂອງລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 17 - ảnh 1ສະພາລາງວັນສື່ມວນຊົນແຫ່ງຊາດ ໄດ້ປະກາດຜົນການໃຫ້ຄະແນນລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 17 ປີ 2022
(ພາບ: qdnd.vn)

        ຕອນບ່າຍວັນທີ 02 ມິຖຸນາ, ຢູ່ ຮ່າໂນ້ຍ, ສະພາລາງວັນສື່ມວນຊົນແຫ່ງຊາດ ໄດ້ປະກາດຜົນການໃຫ້ຄະແນນລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 17 ປີ 2022. ຕາມນັ້ນແລ້ວ, ໃນຈຳນວນ 157 ບົດປະພັນລອດເຂົ້າຮອບສຸດທ້າຍ, ສະພາກຳມະການໄດ້ປຶກສາຫາລື, ປະເມີນຜົນ ແລະ ປ່ອນບັດເລືອກເອົາ: 9 ລາງວັນ A, 24 ລາງວັນ B, 46 ລາງວັນ C ແລະ ລາງວັນຊົມເຊີຍຈຳນວນໜຶ່ງເພື່ອມອບລາງວັນ. ພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 17 ປີ 2022 ຈະຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ 21 ມິຖຸນາ 2023.

        ລາງວັນສື່ມວນຊົນແຫ່ງຊາດ ແມ່ນເຫດການໃຫຍ່ ດຶງດູດຄວາມສົນໃຈເປັນພິເສດຂອງວົງການນັກຂ່າວໃນທົ່ວປະເທດ, ແມ່ນລາງວັນອັນສູງສົ່ງທີ່ສຸດທີ່ສະຫງວນໃຫ້ບັນດາບົດປະພັນສື່ມວນຊົນ, ເຊີດຊູບັນດາຜູ້ຂຽນ, ກຸ່ມຜູ້ຂຽນທີ່ມີບົດປະພັນດີເດັ່ນທີ່ສຸດໃນແຕ່ລະປີ.

ຕອບກັບ

ຂ່າວ/ບົດ​ອື່ນ