ມີ2ກໍລະນີຄົນເຈັບຖືກເສຍຊີວິດຍ້ອນພະຍາດMERSແລະ5ກໍລະນິຕິດພະຍາດໃໝ່ຢູ່ສ.ເກົາຫຼີ

ມີ2ກໍລະນີຄົນເຈັບຖືກເສຍຊີວິດຍ້ອນພະຍາດMERSແລະ5ກໍລະນິຕິດພະຍາດໃໝ່ຢູ່ສ.ເກົາຫຼີ - ảnh 1
(ພາບປະກອບ: AFP)

​(vovworld) - ມີ 2 ກໍລະນີ​ຖືກເສຍ​ຊີວິດ​ຍ້ອນ​ຕິດພະຍາດລະ​ບົບ​ຫາຍ​ໃຈ​ຊຸດ​ໂຊມ​ຮຸນ​ແຮງ ​(MERS) ພ້ອມ​ກັບ​ 5 ​ກໍ​ລະນິຄົນ​ເຈັບ​ໃໝ່ຖືກຕິ​ດພະຍາດ​​ດັ່ງກ່າວຢູ່​ສ.​ເກົາ​ຫຼີ, ອັນ​ໄດ້ຍົກ​ຈຳນວນ​ຜູ້​ຖືກ​ຕິດພະ​ຍາດນີ້​ຂຶ້ນ​ເຖິງ 150 ຄົນ. ​ໄລ​ຮອດ​ວັນ​ທີ 15/06, ມີ 16 ກໍລະນີ​ຖືກ​ເສຍ​ຊີວິດ​ຍ້ອນ​ພະຍາດ MERS ຢູ່​ສ.​ເກົາຫຼີ ນັບ​ແຕ່​ເວລາ​​ພະຍາດ​ນີ້​​ລະບາດເຂົ້າສ.​ເກົາ​ຫຼີ ບໍ່​ຮອດ 1 ​ເດືອນ. ກ່ອນ​ນີ້​ມີ 14 ຄົນ​ຖືກ​ຕິດພະຍາດ MERS ​ໄດ້​ຮັບ​ການ​ປິນປົວ​ ​ແລະ ​ໄດ້​ອອກ​ໂຮງ​ໝໍ​ແລ້ວ. ພະຍາດ MERS ​ໄດ້​ສົງ​ຜົນ​ສະທ້ອນ​ທີ່​ບໍ່​ດີເຖິງ​ຂະ​ແໜງທ່ອງທ່ຽວ​ຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ