ມີກວ່າ 200 ຄົນລົ້ມຫາຍຕາຍຈາກໃນເຫດບຸກໂຈມຕີທາງອາກາດຢູ່ ເຢແມນ

(VOVWORLD) -ຕາມອົງການທ່ານໝໍບໍ່ມີພົມແດນ ແລ້ວ, ປະຈຸບັນ                                              ຄົນເຈັບຈາກເຫດດັ່ງກ່າວມາປິ່ນປົວຢູ່ໂຮງໝໍບາງແຫ່ງ ຢູ່ ແຂວງ Saada ແມ່ນ ຫລາຍເກີນໄປແລ້ວ
ມີກວ່າ 200 ຄົນລົ້ມຫາຍຕາຍຈາກໃນເຫດບຸກໂຈມຕີທາງອາກາດຢູ່ ເຢແມນ - ảnh 1ພາບປະກອບ: AFP/TTXVN

ວັນທີ 21 ມັງກອນ, ບັນດາອົງການຈັດຕັ້ງສາກົນທີ່ເຄື່ອນໄຫວຢູ່ ເຢແມນ ໄດ້ປະກາດວ່າ ມີກວ່າ 200 ຄົນລົ້ມຫາຍຕາຍຈາກໃນເຫດບຸກໂຈມຕີທາງອາກາດທີ່ເກີດຂຶ້ນໃນວັນດຽວກັນເພື່ອເລັ່ງໃສ່ ຄຸກແຫ່ງຫນຶ່ງ ຢູ່ ແຂວງ Saada ພາກເຫນືອ ເຢແມນ. ຕາມອົງການທ່ານໝໍບໍ່ມີພົມແດນ ແລ້ວ, ປະຈຸບັນ  ຄົນເຈັບຈາກເຫດດັ່ງກ່າວມາປິ່ນປົວຢູ່ໂຮງໝໍບາງແຫ່ງ ຢູ່ ແຂວງ Saada ແມ່ນ ຫລາຍເກີນໄປແລ້ວ. ກຳລັງກູ້ໄພກູ້ຊີບພວມຊອກຫາຜູ້ປະສົບເຄາະຮ້າຍໃນຊາກຫັກພັງ.

ປະຈຸບັນ  ຍັງບໍ່ທັນມີອົງການຈັດຕັ້ງໃດອອກມາຮັບຜິດຊອບຕໍ່ເຫດບຸກໂຈມຕີດັ່ງກ່າວເທື່ອ.

ການປະທະກັນຢູ່ ເຢແມນ ແມ່ນເລີ່ມຕົ້ນແຕ່ປີ 2014 ເມື່ອກຳລັງ Houthi ຢຶດຄອງນະຄອນຫລວງ. ຕາມຕົວເລກສະຖິຕິຂອງ ສປຊ ແລ້ວ, ຮອດທ້າຍປີ 2021, ມີຊາວ ເຢແມນເກືອບ 400.000 ຄົນຖືກເສຍຊີວິດ ຍ້ອນການປະທະກັນ, ໄພອຶດຫິວ ແລະ ໂລກພະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ