ມີ​ກ່​ວາ 300.000 ຄົນ​ໃນ​ໂລກ​ຖືກ​ຕິດ​ເຊື້ອ​ໄວ​ຣັດ SARS-CoV-2

(VOVWORLD) - ໄລ່ຮອດເວລາ 4 ໂມງຂອງວັນທີ 22 ມີນາ ຕາມເວລາຫວຽດນາມ,  ໃນທົ່ວໂລກ ມີປະຊາຊົນເກືອບ 13.000 ຄົນໄດ້ເສຍຊີວິດ ນັບແຕ່ພະຍາດອັກເສບປອດທີ່ເກີດຈາກ ເຊື້ອໄວຣັດ SARS-CoV-2  (ໂຄວິດ-19) ໄດ້ເກີດເມື່ອເດືອນທັນວາປີ 2019.
ມີ​ກ່​ວາ 300.000 ຄົນ​ໃນ​ໂລກ​ຖືກ​ຕິດ​ເຊື້ອ​ໄວ​ຣັດ SARS-CoV-2 - ảnh 1

ພາບ:   AFP/TTXVN

    ໃນ 24 ຊົ່ວໂມງທີ່ຜ່ານມາ, ທົ່ວໂລກໄດ້ກວດພົບຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກ 32.485 ຄົນ ຊື່ງເຮັດໃຫ້ຈຳນວນຜູ້ຕິດເຊື້ອພະຍາດທັງໝົດໃນທົ່ວໂລກແມ່ນຫຼາຍກວ່າ 303.000 ຄົນຢູ່ 188 ປະເທດ ແລະ ເຂດແຄ້ວນ.

  ປະເທດອີຕາລີ ມີຜູ້ເສຍຊີວິດ 4.825 ຄົນໃນຈຳນວນຜູ້ຕິດເຊື້ອພະຍາດທັງໝົດແມ່ນ 53.758 ຄົນ.

   ປະເທດຈີນມີ 81.008 ຄົນຕິດ ເຊື້ອໄວຣັດ SARS-CoV-2 ມີຜູ້ເສຍຊີວິດ 3225 ຄົນ. ບັນດາປະເທດທີ່ມີຈຳນວນຜູ້ເສຍຊີວິດສູງ ຖັດຈາກອີຕາລີ ແລະ ຈີນ ແມ່ນອີຣານ ດ້ວຍຈຳນວນ 1.556 ຄົນ, ແອັດສະປາຍມີ 1.326 ຄົນ ແລະ ຝະລັ່ງແມ່ນ 562 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ