ມີກວ່າ 50% ຈຳ​ນວນ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ປະ​ຈຳ ຫວຽດ​ນາມ ແລະ ອິນ​ເດຍ ມີ​ແຜນ​ການ​ເປີດກວ້າງ​ການ​ເຄື່ອນ​ໄຫວ

(VOVWORLD) -57% ຈຳນວນບໍລິສັດ ຍີ່ປຸນ ຢູ່ ຫວຽດນາມ ແລະ 55% ວິສາຫະກິດ ຍີ່ປຸ່ນ ຢູ່ ອິນເດຍ ໃຫ້ຮູ້ວ່າ ຈະເປີດກວ້າງການເຄື່ອນໄຫວຢູ່ບັນດາປະເທດປະຈຳຖິ່ນ. 
ມີກວ່າ 50% ຈຳ​ນວນ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ປະ​ຈຳ ຫວຽດ​ນາມ ແລະ ອິນ​ເດຍ ມີ​ແຜນ​ການ​ເປີດກວ້າງ​ການ​ເຄື່ອນ​ໄຫວ - ảnh 1(ພາບປະກອບ: TTXVN)

"ມີກວ່າ 50% ຈຳນວນວິສາຫະກິດ ຍີ່ປຸ່ນ ປະຈຳ ຫວຽດນາມ ແລະ ອິນເດຍ ມີແຜນການເປີດກວ້າງການເຄື່ອນໄຫວ". ນີ້ແມ່ນຜົນການສຳຫຼວດຜ່ານທາງອອນລາຍ ເຊິ່ງສຳນັກຂ່າວສານ Kyodo ປະກາດໃນວັນທີ 7 ກຸມພາ, ໂດຍບໍລິສັດບຸກຄະລາກອນ ຍີ່ປຸ່ນ Pasona Group Inc ປະຕິບັດ ເມື່ອເດືອນ ທັນວາ ປີ 2020 ສຳລັບບັນດາບໍລິສັດ ຍີ່ປຸ່ນ ທີ່ພວມເຄື່ອນໄຫວຢູ່ 11 ປະເທດ ຄື ອາເມລິກາ, ການາດາ, ຮົ່ງກົງ, ໄຕ້ຫວັນ (ຈີນ), ສ.ເກົາຫຼີ, ໄທ, ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ ແລະ ອິນເດຍ. ຕາມນັ້ນແລ້ວ, 57% ຈຳນວນບໍລິສັດ ຍີ່ປຸນ ຢູ່ ຫວຽດນາມ ແລະ 55% ວິສາຫະກິດ ຍີ່ປຸ່ນ ຢູ່ ອິນເດຍ ໃຫ້ຮູ້ວ່າ ຈະເປີດກວ້າງການເຄື່ອນໄຫວຢູ່ບັນດາປະເທດປະຈຳຖິ່ນ. ໃນຂະນະນັ້ນ, ມີພຽງແຕ່ 13%ຈຳນວນວິສາຫະກິດ ຍີປຸ່ນ ຢູ່ ຮົ່ງກົງ (ຈີນ) ຄາດວ່າຈະເປີດກວ້າງການດຳເນີນທຸລະກິດຢູ່ປະເທດນີ້. ໃນຈຳນວນວິສາຫະກິດ 818 ແຫ່ງ ທີ່ຖືກຖາມ ມີ 67% ວິສາຫະກິດ ໃຫ້ຮູ້ວ່າ ເຂົາເຈົ້າ ມີແຜນການສືບຕໍ່ຮັກສາ ບັນດາສາຂາ ແລະ ເຄື່ອນໄຫວ ຄືໃນປັດຈຸບັນ ຢູ່ 11 ປະເທດ ແລະ ເຂດແຄວ້ນ. ມີ 20% ຄາດວ່າຈະຍົກລະດັບສາຂາຂອງຕົນໃຫ້ກາຍເປັນສຳນັກງານປະຈຳພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ