ມີກວ່າ60ກອງສິລະປະກອນພາຍໃນແລະຕ່າງປະເທດເຂົ້າຮ່ວມFestivalເຫ້ວ2014

ມີກວ່າ60ກອງສິລະປະກອນພາຍໃນແລະຕ່າງປະເທດເຂົ້າຮ່ວມFestivalເຫ້ວ2014 - ảnh 1
photo:vietnamtourism.gov.vn


(vovworld)- ວັນ​ທີ 6/3, ທ່ານ​ໂງ​ຮ່ວາ, ຮອງ​ປະທານ​ປະ​ຈຳ​ຄະ​ນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໃຫ້​ຮູ້​ວ່າ: ມາ​ຮອດ​ປະຈຸ​ບັນ ມີ 40 ກອງ​ສິລະ​ປະກອນ ຂອງ 31 ປະ​ເທດ ມາ​ຈາກ 5 ທະວີບ​ໃນ​ໂລກ ​ໄດ້​ຈົດ​ທະບຽນ​ເຂົ້າ​ຮ່ວມ Festival ​ເຫ້ວ 2014. ນອກ​ນັ້ນ ຍັງ​ມີ 10 ປະ​ເທດ​ອື່ນ​ພວມ​ຮີບ​ເຮ່ັງ​ຄັດ​ເລືອກ​ບັນດາ​ກອງ​ສິລະ​ປະກອນ​ເຂົ້າ​ຮ່ວມ. ຢູ່​ພາຍ​ໃນ​ປະ​ເທດ ປະຈຸ​ບັນ ມີ​ກວ່່າ 20 ກອງ​ສິລະ​ປະກອນ​ເຂົ້າ​ຮ່ວມ​. Festival ​ເຫ້ວ 2014 ມີ​ຫົວ​ຂໍ້​ວ່າ: ມໍລະດົກ​ວັດທະນະທຳ​ກັບ​ການ​ເຊື່ອມ​ໂຍ​ງ​ ​ແລະ ພັດທະນາ” ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 12-20/4/2014, ສືບ​ຕໍ່​​ແມ່ນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ພິ​ເສດ​ໃນ​ຂອບ​ເຂດ​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ ອາຊີ​ຕາ​ເວັນ​ອອກ- ອາ​ເມ​ລິ​ກາ​ລາຕີ​ນ ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ຈັດ​ຕັ້ງ. ​ໃນ​ໄລຍະດຳເນີນ​ Festival ​ເຫ້ວ 2014 ຈະ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ ຮັບຜິດຊອບ​ວັດທະນະທຳ ​ແລະ ສິລະ​ປະ​ບັນດາ​ປະ​ເທດ ອາ​ຊຽນ+3 ຢູ່​ນະຄອນ ​ເຫ້ວ ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ