ມີການເຄື່ອນໄຫວດູດດື່ມຫຼາຍຢ່າງໃນງານບຸນ “ໂຮມປະເທດຊາດເປັນເອກະພາບ”

(VOVWORLD) -ງານບຸນນີ້ຈະດຳເນີນການເຄື່ອນໄຫວຫຼາຍຢ່າງຄື: ພິທີຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນ, ທະຫານເສຍສະຫຼະຊີວິດເພື່ອຊາດ
ມີການເຄື່ອນໄຫວດູດດື່ມຫຼາຍຢ່າງໃນງານບຸນ “ໂຮມປະເທດຊາດເປັນເອກະພາບ” - ảnh 1(ພາບປະກອບ: ພິທີຊັກທຸງ)

ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ໂຮມປະເທດຊາດເປັນເອກະພາບ (30 ເມສາ) ປີ 2021, ແຂວງ ກວາງຈິ້ ຈະຈັດງານບຸນ “ໂຮມປະເທດຊາດເປັນເປັນເອກະພາບ”. ງານບຸນນີ້ຈະດຳເນີນການເຄື່ອນໄຫວຫຼາຍຢ່າງຄື: ພິທີຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນ, ທະຫານເສຍສະຫຼະຊີວິດເພື່ອຊາດ ຄາດວ່າຈະດຳເນີນໃນຕອນບ່າຍວັນທີ 29 ເມສາ ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ ແລະ ເສັ້ນທາງເລກ 9, ກຳແພງເກົ່າ ກວາງຈິ້ ແລະ ເຂດອະນຸສອນສະຖານເລຂາທິການໃຫຍ່ ເລຢວນ. ທ່ານ ໂດ້ວັນບິ່ງ, ຫົວໜ້າພະແນກວັດທະນະທຳ, ກິລາ, ທ່ອງທ່ຽວແຂວງ ກວາງຈິ້, ໃຫ້ຮູ້ວ່າ.

        “ປີ 2021 ນີ້ມີຈຸດໃໝ່ນັ້ນແມ່ນ ຈັດຕັ້ງບັນດາການເຄື່ອນໄຫວໃນງານບຸນໂຮມປະເທດຊາດເປັນເອກະພາບ ຕິດພັນກັບການເປີດສາກລະດູທ່ອງທ່ຽວເຂດທະເລ, ໝູ່ເກາະປີ 2021 ດ້ວຍບັນດາການເຄື່ອນໄຫວສ້າງເປັນຜະລິດຕະພັນ, ດຶງດູດນັກທ່ອງທ່ຽວ. ວັນທີ 30 ເມສາ, ຢູ່ເຂດປູຊະນີຍະສະຖານ 2 ຝາກຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັ໊ນຫາຍ ຈະດຳເນີນພິທີຊັກທຸງ ແລະ ສະແດງສິລະປະພື້ນເມືອງ, ຕໍ່ຈາກນັ້ນແມ່ນຈັດຕັ້ງງານແຂ່ງຂັນຊ່ວງເຮືອ ແລະ ຈັດຕັ້ງການເຄື່ອນໄຫວອື່ນໆດ້ວຍ”.

ຕອບກັບ

ຂ່າວ/ບົດ​ອື່ນ