ມີການເຄື່ອນໄຫວວັດທະນະທຳ, ກິລາຫຼາຍຢ່າງໄດ້ດຳເນີນຢູ່ວັນບຸນເອກະລາດ ແລະ ງານບຸນ ເຕີນຈ່າວ ປີ 2024

(VOVWORLD) - ປີນີ້ທາງເມືອງໄດ້ຈັດການເຄື່ອນໄຫວຫຼາຍຢ່າງ, ຄື: ງານສະແດງຊຸດອາພອນປະຈຳເຜົ່າ, ແຂ່ງຂັນດຶງເຊືອກ, ແຂ່ງຂັນບານສົ່ງ, ແນະນຳບັນດາຜະລິດຕະພັນ OCOP
ມີການເຄື່ອນໄຫວວັດທະນະທຳ, ກິລາຫຼາຍຢ່າງໄດ້ດຳເນີນຢູ່ວັນບຸນເອກະລາດ ແລະ ງານບຸນ ເຕີນຈ່າວ ປີ 2024 - ảnh 1ເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຕີນຈ່າວ
(ພາບ: TTXVN)

        ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນການປະຕິວັດເດືອນສິງຫາບັນລຸຜົນສຳເລັດ (19 ສິງຫາ 1945 - 19 ສິງຫາ 2024) ແລະ ວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2024), ຕອນຄ່ຳວັນທີ 15 ສິງຫາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຕີນຈ່າວ, ຄະນະກຳມະການປະຊາຊົນເມືອງ ເຊີນເຢືອງ, ແຂວງ ຕວຽນກວາງ ໄດ້ຈັດວັນບຸນເອກະລາດ ຕິດພັນກັບງານບຸນ ເຕີນຈ່າວ ປີ 2024.

        ປີນີ້ທາງເມືອງໄດ້ຈັດການເຄື່ອນໄຫວຫຼາຍຢ່າງ, ຄື: ງານສະແດງຊຸດອາພອນປະຈຳເຜົ່າ, ແຂ່ງຂັນດຶງເຊືອກ, ແຂ່ງຂັນບານສົ່ງ, ແນະນຳບັນດາຜະລິດຕະພັນ OCOP, ຜະລິດຕະພັນທີ່ມີທ່າແຮງຂອງແຂວງ… ນີ້ກໍ່ແມ່ນໂອກາດເພື່ອໃຫ້ເມືອງ ເຊີນເຢືອງ ແນະນຳ, ໂຄສະນາບັນດາຄຸນຄ່າຂອງເຂດປູຊະນີຍະສະຖານແຫ່ງຊາດພິເສດ ເຕີນຈ່າວ, ພາບພົດກ່ຽວກັບສູນ “ນະຄອນຫຼວງເຂດປົດປ່ອຍ”.

        ວັນບຸນເອກະລາດ ຕິດພັນກັບງານບຸນ ເຕີນຈ່າວ ປີ 2024 ຈັດຂຶ້ນຮອດວັນທີ 16 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ