ມີການເຄື່ອນໄຫວຫລາຍຢ່າງໃນງານບຸນເສື້ອຍາວນະຄອນໂຮ່ຈິມີນຄັ້ງທີ4

ມີການເຄື່ອນໄຫວຫລາຍຢ່າງໃນງານບຸນເສື້ອຍາວນະຄອນໂຮ່ຈິມີນຄັ້ງທີ4 - ảnh 1
ເສື້ອ​ຍາວ​ຫວຽດ​ນາມ​ວາງ​ສະ​ແດງ​ໃນ​ງານ​ບຸນ


(vovworld)- ງານ​ບຸນ​ເສື້ອ​ຍາວ​ນະ​ຄອນ​ໂຮ່​ຈິ​ມີນ ປີ 2017 ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 3-17/3 ເພື່ອ​ເຊີດ​ຊູ​ຄວາມ​ງາມ​ຂອງ​ແມ່​ຍິງ ນະ​ຄອນ ພ້ອມ​ທັງ​ປະ​ກອບ​ສ່ວນ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ ແລະ ໂຄ​ສະ​ນາ​ສິ່ງຍອດ​ຢ້ຽມ​ຂອງວັດ​ທະ​ນະ​ທຳ​ຫວຽດ​ນາມ ຜ່ານ​ຮູບ​ພາບ​ເສື້ອ​ຍາວ. ທີ່​ການ​ປະ​ຊຸມ​ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 23/2, ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ: ດ້ວຍ​ຫົວ​ຂໍ້ “ຄວາມ​ງາມ​ຂອງ​ເສື້ອ​ຍາວ​ນະ​ຄອນ​ໂຮ່​ຈີ​ມີນ”, ໃນງານ​ບຸນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ແນ​ໃສ່​ສົ່ງ​ສານ​ກ່ຽວ​ກັບ​ຄວາມ​ງາມ​ຂອງ​ເສື້ອ​ຍາວ​ຫວຽດ​ນາມ ຜ່ານ​ບັນ​ດາ​ໄລ​ຍະ. ທ່ານ ບຸ່ຍ​ຕາ​ຮ​ວ່າງ​ຫວູ, ຫົວ​ຫນ້າ​ພະ​ແນກ​ທ່ອງ​ທ່ຽວ ນະ​ຄອນ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ຫນຶ່ງ​ໃນ​ບັນ​ດາ​ຈຸດ​ໃຫມ່​ຂອງ​ງານ​ບຸນ​ເສື້ອ​ຍາວ​ປີນີ້  ແມ່ນ​ມີຂອບ​ເຂດ​ ກວ້າງ​ ກວ່າ​ເມື່ອ​ທຽບ​ໃສ່​ຫລາຍ​ປີ​ກ່ອນນີ້ ແລະ ການ​ຕອບ​ສະ​ຫນອງ​ອັນ​ໃຫຍ່​ຫລວງ​ຂອງ​ປະ​ຊາ​ຊົນ. ທີ​ສອງ  ແມ່ນ​ຂອບ​ເຂດ​ການ​ຈັດ​ຕັ້ງ​ບັນ​ດາ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ ແລະ ການ​ເດີນ​ແບບ​ເສື້ອ​ຍາວ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ເປັນ​ຄັ້​ງ​ທຳ​ອິດ​ໃນ​ຖະ​ຫນົນ​ຍ່າງ ຫງວຽນ​ເຫ້ວ.”

 

 


ຕອບກັບ

ຂ່າວ/ບົດ​ອື່ນ