ມີການເຄື່ອນໄຫວຫຼາຍຢ່າງໃນງານບຸນດອກບານ ປີ 2019

(VOVWORLD) -ຈຸດພົ້ນເດັ່ນຂອງງານບຸນດອກບານປີນີ້ ແມ່ນມີລາຍການວາດພາບຂອງຕະຫຼາດນັດເຂດພູສູງ ທີ່ເຂັ້ມຂຸ້ນໄປດ້ວຍຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງ 19 ຊົນເຜົ່າໃນແຂວງ ແລະ ລາຍການສະແດງສິລະປະຕ້ອນຮັບງານບຸນທີ່ຈະຈັດຂຶ້ນໃນຕອນຄໍ່າວັນທີ 16 ມີນາ ນີ້.

ງານບຸນດອກບານ ປີ 2019 ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 13 ມີນາ, ຢູ່ນະຄອນ ດ້ຽນບຽນຝູ, ແຂວງດ້ຽນບຽນ ຂອງຫວຽດນາມ. ງານບຸນປີນີ້ ມີການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນ ແລະ ເຕັມໄປດ້ວຍສີສັນວັດທະນະທໍາຂອງປະຊາຊົນບັນດາເຜົ່າ.

ມີການເຄື່ອນໄຫວຫຼາຍຢ່າງໃນງານບຸນດອກບານ ປີ 2019 - ảnh 1 ດອກບານ (ພາບປະກອບ: TTXVN)

        ຈຸດພົ້ນເດັ່ນຂອງງານບຸນດອກບານປີນີ້ ແມ່ນມີລາຍການວາດພາບຂອງຕະຫຼາດນັດເຂດພູສູງ ທີ່ເຂັ້ມຂຸ້ນໄປດ້ວຍຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງ 19 ຊົນເຜົ່າໃນແຂວງ ແລະ ລາຍການສະແດງສິລະປະຕ້ອນຮັບງານບຸນທີ່ຈະຈັດຂຶ້ນໃນຕອນຄໍ່າວັນທີ 16 ມີນາ ນີ້.

        ໃນຂອບເຂດງານບຸນ, ຕອນຄໍ່າວັນທີ 13 ມີນາ, ລາຍການ “ຕະຫຼາດນັດເຂດພູສູງ” ໄດ້ໄຂຂຶ້ນຢູ່ບໍລິເວນຂຸມຄອງບັນຊາຂອງ ນາຍພົນ De Castries, ຢູ່ຕາແສງ ແທັງເຈື່ອງ, ນະຄອນດ້ຽນບຽນຝູ. ຕະຫຼາດນັດລວມມີເຂດວາງສະແດງ, ແນະນໍາບັນດາຜະລິດຕະພັນກະສິກໍາ; ເຂດສະແດງ, ແນະນໍາ ແລະ ວາງຂາຍບັນດາຜະລິດຕະພັນຫັດຖະກໍາທີ່ເປັນມູນເຊື້ອຄື ອາຊີບຕໍາຫູກທໍໄໝ; ອາຊີບເຮັດແຄນ, ຈັກສານ ແລະ ຫຍິບປັກຖັກແສ່ວ... ນອກຈາກນັ້ນ ຍັງມີເຂດແນະນໍາບັນດາວາດຟ້ອນ, ບົດຮ້ອງລໍາທໍາເພງພື້ນເມືອງ ແລະ ພິທີກໍາໃນດໍາເນີນຊີວິດທາງດ້ານວັດທະນະທໍາ, ປະເພນີຂອງບັນດາເຜົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ