ມີການເຄື່ອນໄຫວຫຼາຍຢ່າງໃນວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ

ມີການເຄື່ອນໄຫວຫຼາຍຢ່າງໃນວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 9/8, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​/ດີ​ໂອ​ຊິນຫວຽດນາມ ນະຄອນ​ດ່າ​ນັ້ງ ຈັດ​ຕັ້ງ​ລາຍການ “ວັນ​ບຸນ​ແຫ່ງ​ຄວາມ​ຮັກ“ ​ທີ່​ສະຫງວນ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​/ດີ​ໂອ​ຊິນ​ໃນ​ບໍລິ​ເວນ​ນະຄອນ. ​ໃນ​ງານ​ບຸນ​ມີ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ຄື​: ການສະ​ແດງ​ສິລະ​ປະ, ການ​ລະ​ຫຼິ້ນ​ພື້ນ​ເມືອງ… ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຂອງຂວັນ ​ແລະ ທຶນ​ຊ່ວຍ​ເຫຼືອ​ໃຫ້ 5 ຄອບຄົວຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ ດ້ວຍ​ມູນ​ຄ່າ 50 ລ້ານ​ດົ່ງ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 8/8, ສູນ​ກາງ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​/ດີ​ໂອ​ຊິນ ​ໄດ້​ຈັດ​ຕັ້ງ​ການກວດ ​ແລະ ປິ່ນປົວ​ພະຍາດ, ມອບ​ຂອງຂວັນ ​ແລະ ທຶນ​ຊ່ວຍ​ເຫຼືອ​ການ​ຜະລິດ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​/ດີ​ໂອ​ຊິນ ນະຄອນ​ດົງ​ຮ່າ, ​ແຂວງ​ກວາງ​ຈີ້. ​ແຂວງ​ນາມ​ດິ້ງ ກໍ່​ຮັບ​ເອົາ​ເງິນ​ກວ່າ 230 ລ້ານ​ດົ່ງ​ຈາກ​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ, ຜູ້​ໃຈ​ບຸນ​ທັງ​ພາຍ​ໃນ ​ແລະ ​ແຂວງ​ຕ່າງໆ​ທີ່​ຊ່ວຍ​ເຫຼືອ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​/ດີ​ໂອ​ຊິນ 158 ຄົນ.

ຂ່າວ/ບົດ​ອື່ນ