ມີການເຄື່ອນໄຫວຫຼາຍຢ່າງໃນເດັກນ້ອຍທີ່ທຸກຍາກທາງພາກກາງໃນໂອກາດບຸນວັນເພງເດືອນ8

ມີການເຄື່ອນໄຫວຫຼາຍຢ່າງໃນເດັກນ້ອຍທີ່ທຸກຍາກທາງພາກກາງໃນໂອກາດບຸນວັນເພງເດືອນ8 - ảnh 1
ທ່ານ​ນາງ​ ດັ້ງ​ທິງ​ອກທິ້ງ ມອບ​ຂອງຂວັນ​ໃຫ້​ເດັກນ້ອຍ​ທີ່​
ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ແຂວງ ກວາງ​ຈີ້
(ພາບ: ອິນເຕີແນັດ)

(vovworld) - ​ເນື່ອງ​ໃນ​ໂອກາດ​ບຸນວັນ​ເພງ​ເດືອນ 8 ປີ 2016, ວັນ​ທີ 11/9, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ,  ມູນ​ນິທິ ອຸປະ​ກະລະ​ເດັກນ້ອຍ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ປະຕິບັດ​ງານ ​ໄດ້​ມາ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ແຂວງ ກວາງ​ຈີ້. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ໄດ້​ມອບ​ທຶນ​ສຶກສາ 100 ພູດ​ໃຫ້​ພວກ​ຫຼານ​ນ້ອຍ​ຢູ່​ເຂດ​ແຄມ​ທະ​ເລ.

        ກ່ອນ​ໜ້າ​ນັ້ນ, ຢູ່ ກວາງ​ບິ່ງ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ລາຍການ “ຕ້ອນຮັບ​ບຸນວັນ​ເພງ​ເດືອນ 8 ພ້ອມ​ກັບ​ເດັກນ້ອຍ​ແຄມ​ທະ​ເລ​ພາກ​ກາງ“. ​​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ໃນ​ຕໍ່ໜ້າ​ກັບ​ຊາວ​ປະມົງ ​ແລະ ນັກຮຽນ​ເຂດ​ແຄມ​ທະ​ເລ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ໄດ້​ມອບ​ຂອງຂວັນ 1.000 ພູດ ​ແລະ ທຶນ​ສຶກສາ 100 ພູດ​ໃຫ້​ພວກ​ຫຼານ​ນ້ອຍ​ແຂວງ ກວາງ​ບິ່ງ. ທ່ານ ຮ່ວາງ​ວັນ​ຕ໋ຽນ, ຜູ້ອຳນວຍການ ມູນ​ນິທິ ອຸປະ​ກະລະ​ເດັກນ້ອຍ ຫວຽດນາມ, ສະມາຊິກ​ໃນ​ຄະນະ​ປະຕິບັດ​ງານ, ​ໃຫ້​ຮູ້​ວ່າ:

        “ຜ່ານ​ການ​ເຄື່ອນ​ໄຫວ ຕ້ອນຮັບ​ບຸນວັນ​ເພງ​ເດືອນ 8 ​ນີ້, ພວກ​ຂ້າພະ​ເຈົ້າ​ຢາກ​ຮຽກຮ້ອງ​ປະຊາ​ຄົມ​ພາຍ​ໃນ ​ແລະ ຕ່າງປະ​ເທດ ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ມຸ່ງ​ຫາ​ພາກ​ກາງ; ຊ່ວຍ​ເຫຼືອ​ພວກ​ຫຼານ​ນ້ອຍ​ຢູ່​ພາກ​ກາງ ​ເພື່ອ​ພ້ອມ​ກັບ​ຄອບຄົວ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຕ່າງໆ ປະຕິບັດ​ບັນດາ​ສິດ​ພື້ນຖານ​ຂອງ​ເດັກນ້ອຍ. ພິ​ເສດ​ແມ່ນ​ຕ້ອງ​ຊ່ວຍ​ພວກ​ນ້ອງ​ໄປ​ໂຮງຮຽນໃນ​ທຸກ​ເງື່ອນ​ໄຂ“.

 

ຂ່າວ/ບົດ​ອື່ນ