ມີກາລະໂອກາດຫຼາຍຢ່າງທີ່ສະຫງວນໃຫ້ວິສາຫະກິດ ຫວຽດນາມ ຢູ່ Nouvelle-Aquitaine, ຢູ່ ຝລັ່ງ

(VOVWORLD) - ທ່ານ Alain Rousset, ປະທານສະພາເຂດ Nouvelle-Aquitaine ປາດຖະໜາຢາກຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນຂົງເຂດການແພດ
ມີກາລະໂອກາດຫຼາຍຢ່າງທີ່ສະຫງວນໃຫ້ວິສາຫະກິດ ຫວຽດນາມ ຢູ່ Nouvelle-Aquitaine, ຢູ່ ຝລັ່ງ - ảnh 1

        ແຕ່ວັນທີ 30 ພຶດສະພາ ຫາວັນທີ 02 ມິຖຸນາ, ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ຝລັ່ງ, ໂດຍທ່ານ ດິງຕວານທັງ ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ Bordeaux, ເມືອງເອກເຂດ Nouvelle-Aquitaine. ທີ່ການເຮັດວຽກ, ທ່ານ Alain Rousset, ປະທານສະພາເຂດ Nouvelle-Aquitaine ປາດຖະໜາຢາກຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນຂົງເຂດການແພດ, ລະອຽດແມ່ນພັດທະນາຄວາມສາມາດບົ່ມຊ້ອນຂອງບັນດາປະເພດຢາພື້ນເມືອງ, ກໍຄືໃນຂົງເຂດພະລັງງານທົດແທນ. ສ່ວນທ່ານເອກອັກຄະລັດຖະທູດ ດິງຕວານທັງ, ໃຫ້ຮູ້ວ່າ:

        “ໄປຢ້ຽມຢາມເຂດ Nouvelle-Aquitaine ແລະ ນະຄອນ Bordeaux ຄັ້ງນີ້, ພວກຂ້າພະເຈົ້າກໍ່ໄດ້ພົບປະກັບຫຼາຍປັດໄຈຕັ້ງໜ້າໃນການຮ່ວມມືລະຫວ່າງ ຝລັ່ງ - ຫວຽດນາມ ໃນໄລຍະຜ່ານມາ ໃນບັນດາຂົງເຂດ, ຄື: ເສດຖະກິດ, ການລົງທຶນ, ສຶກສາ, ສາທາລະນະສຸກ… ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍ່ໄດ້ພົບປະກັບບັນດາປັດໄຈໃໝ່ທີ່ມີຄວາມສາມາດບົ່ມຊ້ອນໃນຂົງເຂດອຸດສາຫະກຳ, ພະລັງງານ ແລະ ສິ່ງແວດລ້ອມ”.

ຕອບກັບ

ຂ່າວ/ບົດ​ອື່ນ