ມີກຳປັ່ນເດີນທະເລກວ່າ 500 ຄັ້ງປະຕິບັດໜ້າທີ່ປົກປັກຮັກສາເຂດທະເລຫາປາ, ຕ້ານການຂຸດຄົ້ນ IUU ໄລຍະ 2019 – 2024

(VOVWORLD) - ໃນໄລຍະ 5 ປີຜ່ານມາ (2019 – 2024), ໜ່ວຍກວດກາໄດ້ປະຕິບັດວຽກງານຝຶກຊ້ອມ, ຄົ້ນຫາກູ້ໄພກູ້ຊີບຢ່າງມີປະສິດທິຜົນ
ມີກຳປັ່ນເດີນທະເລກວ່າ 500 ຄັ້ງປະຕິບັດໜ້າທີ່ປົກປັກຮັກສາເຂດທະເລຫາປາ, ຕ້ານການຂຸດຄົ້ນ IUU ໄລຍະ 2019 – 2024 - ảnh 1(ໃນໄລຍະ 5 ປີຜ່ານມາ, ທາງໜ່ວຍໄດ້ຈັດສົ່ງກຳປັ່ນໄປປະຕິບັດໜ້າທີ່ກວ່າ 500 ຄັ້ງ)

        ວັນທີ 27 ພຶດສະພາ, ທ່ານ ໂງດັງຮ່ວາຍ, ເລຂາຄະນະພັກໜ່ວຍກວດກາການປະມົງເລກ 2, ນະຄອນ ວູງເຕົ່າ, ແຂວງ ບ່າເຣ້ຍ - ວູງເຕົ່າ, ໃຫ້ຮູ້ວ່າ, ໃນໄລຍະ 5 ປີຜ່ານມາ (2019 – 2024), ໜ່ວຍກວດກາໄດ້ປະຕິບັດວຽກງານຝຶກຊ້ອມ, ຄົ້ນຫາກູ້ໄພກູ້ຊີບຢ່າງມີປະສິດທິຜົນ; ປ່ຽນແປງໃໝ່ຮູບແບບ, ວິທີໂຄສະນາກົດໝາຍວ່າດ້ວຍທະເລໃຫ້ແກ່ຊາວປະມົງ. ໜ້າທີ່ຈຸດສຸມຂອງໜ່ວຍແມ່ນ, ລາດຕາເວັນ, ກວດກາ, ປົກປ້ອງເຂດຫາປາ, ເຂດທະເລທີ່ໄດ້ຈັດແບ່ງໃຫ້ຄຸ້ມຄອງ. ໃນໄລຍະ 5 ປີຜ່ານມາ, ທາງໜ່ວຍໄດ້ຈັດສົ່ງກຳປັ່ນໄປປະຕິບັດໜ້າທີ່ກວ່າ 500 ຄັ້ງ. ພ້ອມທັງ, ສົມທົບກັບບັນດາກຳລັງລາດຕາເວັນ, ກວດກາ, ປົກປ້ອງເຂດຫາປາ, ຕ້ານການຂຸດຄົ້ນຢ່າງຜິດກົດໝາຍ (IUU). ທ່ານ ໂງດັງຮ່ວາຍ, ໃຫ້ຮູ້ວ່າ:

        “ໃນຊຸມປີຜ່ານມາ, ໜ່ວຍກວດກາການປະມົງເລກ 2 ໄດ້ຍູ້ແຮງວຽກງານໂຄສະນາກົດໝາຍ, ສົມທົບກັບພະແນກກະສິກຳ ແລະ ພັດທະນາຊົນນະບົດບັນດາແຂວງເຂດແຄມທະເລເພື່ອເປັນເອກະພາບເນື້ອໃນ, ເວລາ, ສະຖານທີ່ໂຄສະນາກົດໝາຍວ່າດ້ວຍທະເລຢູ່ບັນດາທ່າກຳປັ່ນຫາປາຢູ່ເຂດດິນຕໍ່ແຜ່ນ ແລະ ພິເສດແມ່ນການເຂົ້າຮ່ວມລາດຕາເວັນ, ກວດກາ, ຄວບຄຸມຢູ່ທະເລໂດຍກົງ. ທັງໂຄສະນາ, ທັງແບ່ງປັນຄວາມຫຍຸ້ງຍາກັບພໍ່ແມ່ປະຊາຊົນຊາວປະມົງ.”

ຕອບກັບ

ຂ່າວ/ບົດ​ອື່ນ