ມີຄົນເຈັບທີ 7 ຢູ່ຫວຽດນາມຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່

(VOVWORLD) -ຄົນເຈັບດັ່ງກ່າວເລີ່ມບິນຈາກອາເມລິກາ ມາຫວຽດນາມ ໃນວັນທີ 14 ມັງກອນ 2020 ຜ່ານເຮືອບິນໝາຍເລກ 660 ຂອງບໍລິສັດການບິນ China Southem.

ຕອນເຊົ້າວັນທີ 02 ກຸມພາ, ຂໍ້ມູນຂ່າວຈາກກະຊວງສາທາລະນະສຸກໃຫ້ຮູ້ວ່າ, ມີຄົນເຈັບເກີດປີ 1947 ຖືສັນສາດອາເມລິກາ ກວດພົບຖືກຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່. ປະຈຸບັນພວມຖືກແຍກຕົວ ແລະ ໄດ້ຮັບການປິ່ນປົວຢູ່ໂຮງໝໍພະຍາດເຂດຮ້ອນ ນະຄອນໂຮ່ຈີມິນ.

          ຄົນເຈັບດັ່ງກ່າວເລີ່ມບິນຈາກອາເມລິກາ ມາຫວຽດນາມ ໃນວັນທີ 14 ມັງກອນ 2020 ຜ່ານເຮືອບິນໝາຍເລກ 660 ຂອງບໍລິສັດການບິນ China Southem. ວັນທີ 15 ມັງກອນ 2020, ຄົນເຈັບດັ່ງກ່າວໄດ້ຕໍ່ສາຍການບິນຢູ່ສະໜາມບິນ ອູ່ຫັ້ນ ໃນເວລາ 2 ຊົ່ວໂມງ. ວັນທີ 16 ມັງກອນ, ຄົນເຈັບຜູ້ນີ້ໄດ້ບິນຮອດສະໜາມບິນ ເຕິນເຊີນເຍິ໊ດ ແລະ ເດີນທາງມາໂຮງແຮມ ຈ່ຽວເຮິນ, ຖະໜົນ ຫງວຽນທິມິງຄາຍ, ເມືອງ 3, ນະຄອນໂຮ່ຈິມິນ.

          ຄົນເຈັບຜູ້ນີ້ເລີ່ມມີອາການເຈັບແຕ່ວັນທີ 26 ມັງກອນ 2020 ແລະ ເຂົ້າໂຮງໝໍໃນວັນທີ 31 ມັງກອນ 2020. ອາການຄົນເຈັບ: ບໍ່ເຈັບຫົວ, ບໍ່ເຈັບກ້າມ, ເປັນໄອ, ບາງເທື່ອຫາຍໃຈຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ