ມີຄວາມບໍ່ລົງລອຍກັນທີ່ຍັງຄົງຕົວກ່ອນການດຳເນີນກອງປະຊຸມສຸດຍອດ NATO

(VOVWORLD) - ອາເມລິກາ ກໍ່ພວມປະສົບກັບຄວາມຫຍຸ້ງຍາກເພື່ອເກ້ຍກ່ອມບັນດາປະເທດສຳພັນທະມິດໃນການຮັບເອົາສະມາຊິກໃໝ່ຢ່າງວ່ອງໄວ.

ກອງປະຊຸມສຸດຍອດຂອງອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO) ຈະໄຂຂຶ້ນໃນວັນທີ 11 ກໍລະກົດ. ກອງປະຊຸມຈະດຳເນີນແຕ່ວັນທີ 11 – 12 ກໍລະກົດ, ຢູ່ນະຄອນຫຼວງ Vilnius ຂອງ ລິດວາ. ກອງປະຊຸມຄັ້ງນີ້ໄດ້ຮັບການກະກຽມໃນຫຼາຍເດືອນຜ່ານມາ, ດ້ວຍບັນດາກອງປະຊຸມຂັ້ນລັດຖະມົນຕີ, ເພື່ອຊອກຫາຄວາມເປັນເອກະພາບຕໍ່ທັດສະນະຂອງກຸ່ມພັນທະມິດການທະຫານນີ້ໃນຫຼາຍບັນຫາ “ຮ້ອນເຮັ່ງ”.

ດ້ວຍການເຂົ້າຮ່ວມໂດຍກົງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden, ອາເມລິກາ ຢາກໃຫ້ບັນດາປະເທດສະມາຊິກຂອງ NATO ສາມັກຄີກັນກວ່າໃນການໜູນຊ່ວຍ ຢູແກຼນ. ເຖິງຢ່າງໃດກໍ່ຕາມ, ຕາມບັນດານັກໄຈ້ແຍກແລ້ວ, ສ່ວນຫຼາຍບັນດາປະເທດ ເອີລົບ ພວມປະສົບກັບຄວາມຫຍຸ້ງຍາກດ້ານເສດຖະກິດ, ສະພາບການຂາດສະຖຽນລະພາບທີ່ບໍ່ເຄີຍມີມາກ່ອນ, ຈະເຮັດໃຫ້ ອາເມລິກາ ປະສົບກັບຄວາມຫຍຸ້ງຍາກກວ່າ ໃນການຮຽກຮ້ອງບັນດາປະເທດນີ້ສະໜັບສະໜູນ ຢູແກຼນ. ພ້ອມກັນນັ້ນ, ອາເມລິກາ ກໍ່ພວມປະສົບກັບຄວາມຫຍຸ້ງຍາກເພື່ອເກ້ຍກ່ອມບັນດາປະເທດສຳພັນທະມິດໃນການຮັບເອົາສະມາຊິກໃໝ່ຢ່າງວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ