ມີຄວາມເຊື່ອໝັ້ນ ແລະ ຄວາມຫວັງ ປີ 2021 ປະສົບຜົນສຳເລັດ, ຍາດໄດ້ໄຊຊະນະໃຫມ່ ຫລາຍຢ່າງ

(VOVWORLD) -ຕອນຄ່ຳວັນທີ 31 ທັນວາ, ປະຊາຊົນນັບຫລາຍລ້ານຄົນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ ໄດ້ພາກັນລົງຖະຫນົນເພື່ອຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ສາກົນ 2021 ດ້ວຍຈິດໃຈເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຫວັງ ໃນບັນຍາກາດຟົດຟື້ນມ່ວນຊື່ນຈາກລາຍການສະແດງສິລະປະທີ່ເປັນເອກະລັກກໍຄືສີສັນຫລາກຫລາຍຂອງລາຍການຍິງບັ້ງໄຟດອກ, ການນັບຖອຍຫລັງ…
ມີຄວາມເຊື່ອໝັ້ນ ແລະ ຄວາມຫວັງ ປີ 2021 ປະສົບຜົນສຳເລັດ, ຍາດໄດ້ໄຊຊະນະໃຫມ່ ຫລາຍຢ່າງ - ảnh 1ພາບປະກອບ

ຢູ່ນະຄອນ ຮ່າໂນ້ຍ ຊາວນະຄອນຫລວງ ຕ້ອນຮັບປີໃຫມ່ດ້ວຍລາຍການສະແດງສິລະປະຕ່າງໆທີ່ຟົດຟື້ນມ່ວນຊື່ນຕາມຖະຫນົນຫລາຍສາຍ. ລາຍການຕ້ອນຮັບປີໃຫມ່ Countdown 2021 ພ້ອມກັບການຮ້ອງລຳທຳເພງຂອງບັນດານັກຮ້ອງຫນຸ່ມດີເດັ່ນ ໄດ້ສ້າງຄວາມປະທັບໃຈຫລາຍຢ່າງຕໍ່ຜູ້ເຂົ້າຮ່ວມ.

ຢູ່ນະຄອນ ດາຫນັງ, ເຖິງວ່າ ອາກາດເລີ່ມຫນາວເຢັນກໍຕາມ ແຕ່ປະຊາຊົນນະຄອນ ແລະ ນັກທ່ອງທ່ຽວ ກໍ່ໄດ້ພາກັນມາເຕົ້າໂຮມຢູ່ບັນດາສະຖານທີ່ສາທາລະນະເພື່ອຮັບຊົມບັນດາລາຍການສີລະປະຕ້ອນຮັບປີໃຫມ່ 2021.

ຢູ່ ນະຄອນໂຮ່ຈີມີນ ກໍ່ໄດ້ດຳເນີນລາຍການສິລະປະເປັນເອກະລັກຕ້ອນຮັບປີໃຫມ່ ແລະ ຂ່ຳນັບຊົມເຊີຍເຫດການສ້າງຕັ້ງນະຄອນ ຖູດຶກ.

ສ່ວນຢູ່ ນະຄອນເກີນເທີ ຕ້ອນຮັບປີໃຫມ່ດ້ວຍລາຍການສິລະປະ: “ເກີນເທີເຊື່ອມໂຍງແລະ ພັດທະນາ”

ຢູ່ ນະຄອນ ເຫ້ວ, ລາຍການ ເຫ້ວ Countdown 2021 ແມ່ນເຫດການດົນຕີດ້ວຍຂອບຂະຫນາດໃຫຍ່ ປະກອບສ່ວນກະຕຸ້ນຂະແຫນງທ່ອງທ່ຽວຂອງແຂວງ ພາຍຫລັງປີຫນຶ່ງທີ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງຍ້ອນໂລກລະບາດໂຄວິດ 19 ກໍ່ຄືໄພທຳມະຊາດແກ່ຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ