ມີຄຳກ່າວຫາຕື່ມອີກກ່ຽວກັບຄວາມຜິດພາດດ້ານການເງິນເລັ່ງໃສ່ຜູ້ອອກສະໝັກຮັບເລືອກຕັ້ງDonaldTrump

ມີຄຳກ່າວຫາຕື່ມອີກກ່ຽວກັບຄວາມຜິດພາດດ້ານການເງິນເລັ່ງໃສ່ຜູ້ອອກສະໝັກຮັບເລືອກຕັ້ງDonaldTrump - ảnh 1
ທ່ານ Donald J. Trump, ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກສາ​ທາ​ລະ​ນະ
ພາບ:vneconomy.vn


(vovworld)- ວັນ​ທີ 3/10, ຫ້ອງການ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ນິວຢອກ, ທ່ານ Eric T. Schneiderman ໄດ້​ສົ່ງ​ຈົດ​ໝາຍ​ທາງ​ການ​ເຖິງກອງ​ທຶນ​ກຸ​ສົນ​ຂອງ​ທ່ານ Donald J. Trump, ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກສາ​ທາ​ລະ​ນະ ໄດ້​ຮຽກ​ຮ້ອງ​ໃຫ້​ກອງ​ທຶນນີ້​ຕ້ອງ​ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ສ້າງກອງ​ທຶນ​ກໍ​ຄື​ການ​ແຊກ​ແຊງ​ເຂົ້າ​ບໍ່​ວ່າ​ການ​ເຄື່ອນ​ໄຫວ​ໃດ​ເພື່ອສ້າງກອງ​ທຶນອື່ນ​ຢູ່ ນິວຢອກ​ໃນ​ທັນ​ທີ. ຈົດ​ໝາຍ​ທາງ​ການນີ້ ໄດ​້​ສົ່ງ​ໄປ​ໃນ​ວັນ​ທີ 30/9 ແລະ ຫ້ອງ​ການ​ຂອງ​ທ່ານ Schneiderman ປະ​ກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 3/10 ​ໂດຍໃຫ້​ຮູ້​ວ່າ: ກອງ​ທຶນ Donald J. Trump ໄດ້​ລະ​ເມີດ​ກົດ​ໝາຍ ຍ້ອນບໍ່​ທັນ​ຈົດ​ທະ​ບຽນ​ກັບ​ອຳ​ນາດ​ການ​ປົກ​ຄອງ ລັດ​ນິວຢອກ​ເທື່ອ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂົນ​ຂວາຍ​ບໍ​ລິ​ຈາກ​ເງິນ​​ຈາກວົງ​ຄະ​ນາ​ຍາດ.

ໃນ​ວັນ​ດຽວ​ກັນ, ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກສາ​ທາ​ລະ​ນະ Donald J. Trump  ພ້ອມ​ກັບ​ກຸ່ມ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ຕົນ ໄດ້​ອອກ​ສຽງ​ຕຳ​ຫນີ​ຕິ​ຕຽນ ຫນັງ​ສື​ພິມ “ The New York Times” ພາ​ຍ​ຫລັງ​ຫນັງ​ສື​ພິມນີ້​ໄດ້​ປະ​ກາດ​ບົດ​ລາຍ​ງານ​ພາ​ສີ​ອາ​ກອນ​ສະ​ແດງ​ໃຫ້​ເຫັນ​ວ່າ: ທ່ານ Donald J. Trump ອາດ​​ຫລີກ​ລ້ຽງກົດ​ໝາຍ​ເພື່ອ​​ລົບຫນີ​​ເສຍ​ອາ​ກອນ​ລາຍ​ໄດ້ສ່ວນ​ຕົວ​ໃນ​ເກືອບ 20 ປີ​ຜ່ານ​ມາ. ທ່ານ Donald J. Trump ບໍ່​ຍອມ​ຮັບ​ໄດ້​ຈ່າຍອາ​ກອນ​ລາຍ​ໄດ້​ສ່ວນ​ຕົວ ພ້ອມ​ທັງ​ເນັ້ນ​ຫນັກ​ວ່າ ຕົນ​ເອງ​ແມ່ນ​ຜູ້​ຊ່ຽວ​ຊານ​ກ່ຽວ​ກັບ​ກົດ​ໝາຍ​ພາ​ສີ​ອາ​ກອນ.


ຕອບກັບ

ຂ່າວ/ບົດ​ອື່ນ