ມີຄຳສັ່ງຢຸດຍິງ72ຊົ່ວໂມງຕື່ມອີກຢູ່ເຂດກາຊາ

ມີຄຳສັ່ງຢຸດຍິງ72ຊົ່ວໂມງຕື່ມອີກຢູ່ເຂດກາຊາ - ảnh 1
ໂບດອິດສະລາມແຫ່ງໜຶ່ງຖືກທຳລາຍຢູ່ເຂດກາຊາໃນວັນທີ 9/8
(ພາບ: ສຳນັກຂ່າວສານ ຫວຽດນາມ/TTXVN)

(vovworld) – ແຕ່ເວລາ 0 ໂມງຂອງວັນທີ 11/8 (ເວລາທ້ອງຖີ່ນ, ກົງກັບ 4 ໂມງເຊົ້າເວລາ ຮ່າໂນ້ຍ), ມີຄຳສັ່ງຢຸດຍິງໃໝ່ທີ່ແກ່ຍາວເປັນເວລາ 72 ຊົ່ວໂມງລະຫວ່າງ ອິດສະຣາແອນ ແລະ ຂະບວນການປະກອບອາວຸດອິດສະລາມ ຮາມາດ ຂອງ ປາແລດສະຕີນ ຢູ່ເຂດກາຊາ ເລີ່ມມີຜົນສັກສິດ. ອິດສະຮາແອນ ຕົກລົງແກ່ຍາວ ຄຳສັ່ງຢຸດຍິງຕື່ມອີກ 72 ຊົ່ວໂມງຕາມຂໍ້ສະເໜີຂອງ ອີຢິບ, ຫຼັງຈາກນັ້ນ, ຄະນະເຈລະຈາ ຂອງ ປາແລດສະຕີນຢູ່ນະຄອນຫຼວງ ກາຍໂຣ (ປະເທດ ອີຢິບ) ກໍ່ຍອມຮັບຂໍ້ສະເໜີ ດັ່ງກ່າວ. ໃນກອງປະຊຸມນັດສາມັນຂອງຄະນະລັດຖະບານໃນວັນດຽວກັນ, ທ່ານນາຍົກລັດຖະ ມົນຕີ ອິດສະຣາແອນ Benjamin Netanyahu ໃຫ້ຮູ້ວ່າ: ບັ້ນການທະຫານຂອງ ປະເທດນີ້ຢູ່ເຂດ ກາຊາ ຈະໄດ້ຮັບການເຊື່ອມຕໍ່ຄືນໃໝ່ຖ້າຫາກ ຂະບວນການ ຮາມາດ ສືບຕໍ່ຍິງລູກຈະຫຼວດ ແລະ ປືນໃຫຍ່ໃສ່ເຂດດິນແດນອິດສະຣາແອນ. ນັບແຕ່ວັນທີ 7/8 ມາຮອດປະຈຸບັນ, ບັນດາການໃຊ້ຄວາມຮຸນແຮງຢູ່ເຂດ ກາຊາ ໄດ້ເຮັດໃຫ້ຊາວ ປາແລດສະຕີນ 1.939 ຄົນ ແລະ ຊາວອິດສະຣາແອນ 67 ຄົນເສຍຊີວິດ. ມາຮອດປະຈຸບັນ, ວິວັດທະນາການເຈລະຈາເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງ ຍາວນານລະຫວ່າງ ອິດສະຣາແອນ ແລະ ຮາມາດ ຍັງຄົງມີຄວາມຄືບໜ້າພໍສົມຄວນ ນັບແຕ່ເມື່ອຝ່າຍຕ່າງໆບໍ່ປະນິປະນອມກັນກ່ຽວກັບບັນດາເງື່ອນໄຂເຈລະຈາ.


ຂ່າວ/ບົດ​ອື່ນ