ມົງ​ໂກນ ມີ​ຄວາມ​ຫວັງ​ຢາກ​ພ້ອມ​ກັນ ຫວຽດ​ນາມ ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ, ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ແລະ ພັນລະຍາໄດ້ມີການຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນລະຫວ່າງວັນທີ 1 – 5 ພະຈິກ.
ມົງ​ໂກນ ມີ​ຄວາມ​ຫວັງ​ຢາກ​ພ້ອມ​ກັນ ຫວຽດ​ນາມ ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ພົບປະເຈລະຈາ ກັບທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh
(ພາບ: TTXVN)

ຕອນບ່າຍວັນທີ 1 ພະຈິກ, ຢູ່ທຳນຽບປະທານປະເທດ, ທ່ານປະທານາທິບໍດີ ຫວໍວັນເຖືອງ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ມົງໂກນ ຢ່າງສົມກຽດ.

ທີ່ການພົບປະເຈລະຈາ ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງ ເລື່ອງທ່ານປະທານາທິບໍດີ ມົງໂກນເລືອກເອົາ ຫວຽດນາມ ແມ່ນປະເທດທຳອິດໄປຢ້ຽມຢາມສອງຝ່າຍ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ແລະການນຳສອງທ່ານ ໄດ້ເຫັນດີເປັນເອກະພາບ ຈະພ້ອມກັນສືບຕໍ່ຊຸກຍູ້ການພົວພັນສອງປະເທດ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ, ສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ, ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2024, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືສອງຝ່າຍ, ມຸ່ງໄປເຖິງການສ້າງຕັ້ງຂອບເຂດການພົວພັນໃໝ່ໃນໄລຍະຈະມາເຖິງ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນການພັກ ກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ