ມຸ່ງໄປສູ່ຊີວິດທີ່ດີກ່ວາໃຫ້ແກ່ ແຮງງານອົບພະຍົບອາຊຽນ


ມຸ່ງໄປສູ່ຊີວິດທີ່ດີກ່ວາໃຫ້ແກ່ ແຮງງານອົບພະຍົບອາຊຽນ - ảnh 1
ບັນ​ດາ​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ຊາດ​ກະ​ກຽມ​ໃຫ້​ແກ່​ເວ​ທີ​ປາ​ໄສ​ແຮງ​ງານ​ອົບ​ພະ​ຍົບ​ອາ​ຊຽນ AFML ຄັ້ງ​ທີ 9

(vovworld)- ຕອນ​ເຊົ້າ​ວັນ​ທີ 9/9, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ແຮງ​ງານ-ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມ​ໄດ້​ສົມ​ທົບ​ກັບ​ອົງ​ການ​ແຮງ​ງານ​ສາ​ກົນ ILO ຈັດ​ກອງ​ປະ​ຊຸມ​ລະ​ດັບ​ຊາດ​ກະ​ກຽມ​ໃຫ້​ແກ່​ເວ​ທີ​ປາ​ໄສ​ແຮງ​ງານ​ອົບ​ພະ​ຍົບ​ອາ​ຊຽນ AFML ຄັ້ງ​ທີ 9. ເວ​ທີ​ປາ​ໄສ AFMLແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ ປະ​ຕິ​ບັດ​ຖະ​ແຫຼງ​ການ​ຂອງ​ບັນ​ດາ​ການ​ນຳ​ອາ​ຊຽນ​ກ່ຽວ​ກັບ​ການ​ປົກ​ປ້ອງ, ຊຸກ​ຍູ້​ສິດ​ທິ​ຂອງ​ຄົນ​ງານ​ອົບ​ພະ​ຍົບ. ເວ​ທີ​ປາ​ໄສ​ແຮງ​ງານ​ອົບ​ພະ​ຍົບ​ອາ​ຊຽນ AFML ຄັ້ງ​ທີ 9 ປີນີ້​ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ໃນ​ຕົ້ນ​ເດືອນ 11 ທີ່​ຈະ​ມາ​ເຖິງຊຶ່ງ​ຈະ​ເລັ່ງ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ນູນ​ຊ່ວຍ​ສັງ​ຄົມ​ໃຫ້​ແກ່ແຮງ​ງານ​ອົບ​ພະ​ຍົບ​ອາ​ຊຽນ, ມຸ່ງ​ໄປ​ສູ່​ລັກ​ສະ​ນະ​ເຄື່ອນ​ທີ່​ຂອງ​ການ​ປະ​ກັນ​ສັງ​ຄົມ​ໃຫ້​ແກ່ ແຮງ​ງານ​ອົບ​ພະ​ຍົບ​.
ຂ່າວ/ບົດ​ອື່ນ