ມຸ່ງໄປສູ່ຕົ້ນກຳເນີດແຫ່ງນ້ຳໃຈສາມັກຄີ ຫວຽດນາມ - ລາວ

ມຸ່ງໄປສູ່ຕົ້ນກຳເນີດແຫ່ງນ້ຳໃຈສາມັກຄີ ຫວຽດນາມ - ລາວ - ảnh 1
​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ຫວຽດນາມ - ລາວ
( ພາບ: .vietnamplus.vn )

( vovworld ) –   ດ້ວຍ​ຫົວ​ຂໍ້​ວ່າ “ ມຸ່ງ​ໄປ​ສູ່ຕົ້ນ​ກຳ​ເນີ​ດ​ແຫ່ງ​ນ້ຳ​ໃຈສາມັກຄີ​​ຫວຽດນາມ - ລາວ ”, ຕອນ​ຄໍ່າ​ວັນ​ທີ 24/4, ຢູ່​​ແຂວງ Son La ​ໄດ້​ດຳ​ເນີນ​ຄໍ່າ​ຄືນ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ຫວຽດນາມ - ລາວ. ນີ້​ແມ່ນ​ໜື່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເຊິ່ງນອນ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຮ່ວມ​ມື​ສະພາ​ແຫ່ງ​ຊາດ​ຫວຽດນາມ - ລາວ ຄວາມ​ສາມັກຄີ​ມິດຕະພາບ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ Son La, ​ແຂ​ວງ Son La. ການ​ພົບ​ປະ​ແລກປ່ຽນ​ໄດ້​ທົບ​ທວນ​ຄືນ​ມູນ​ເຊື້ອ​ຂອງ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ສະໜິດ​ສະໜົມ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຕະຫຼອດ​ຊຸມ​ປີ​ທີ່​ຜ່ານ​ມາ. ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ຫວຽດນາມ ​ແລະ ລາວ ມີ​ການ​ພົວພົນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອຄວາມ​ສາມັກຄີ​ແບບ​ພິ​​ເສດ​ ​ແລະ ການ​ຮ່ວມ​ມືຮອບດ້ານ. ສາຍ​ພົວພັນ​ນັ້ນ​​ ​​ໂດຍ​ແມ່ນປະທານ ​ໂຮ່ຈິ​ມິນ, ປະທານ ​ໄກສອນ​ ພົມວິຫານ, ພ້ອມ​ກັບ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​​ໄດ້ເພີ່ມ​ພູນ​ຄຸນ​ສ້າງຂຶ້ນ​. ກ່າວ​ຄຳ​ເຫັນ​ທີ່​ການ​ພົວປະ​ແລກປ່ຽນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ຢືນຢັນ​ວ່າ

    “ ອາດ​ເວົ້າ​ໄດ້​ວ່າ​ບໍ່​ມີ​ຄຳໃດ​ໃນ​ພາສາ​ຫວຽດນາມ ​ແລະ ພາສາ​ລາວ ສາມາດ​ພັນ​ລະນາຈົນ​ສຸດ​ກ່ຽວ​ກັບຄວາມ​ໝາຍ​ຂອງ​ມູນ​ເຊື້ອ​ມິດຕະພາບ, ​ນ້ຳ​ໃຈ​ພິ​ເສດ​ອັນຍິ່ງ​ໃຫຍ່ ​ແລະ ​ຄວາມ​ຜູກ​ພັນ​ຢ່າງ​ກົມກຽວ​ໜຽວ​ແໜ້ນລະຫວ່າງ​ສອງ​ຊາດ​ພວກ​ເຮົາ​. ຂ້າພະ​ເຈົ້າ​​ເຊື່ອ​ໝັ້ນ​ຢ່າງ​ແນ​ວ​ແນ່ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງວ່າ ປະຊາຊົນ​ຫວຽດນາມ ​​ແລະ ລາວ ແຕ່ລະຄົນ ຈາກ​ລຸ້ນປະຈຸ​ບັນ ​ແລະ ລູກຫຼານ​ໃນອະນາຄົດ​ຈະຈາລຶກ, ອະນຸລັກ​ຮັກສາ,​ ​ປົກ​ປັກ​ຮັກສາ​ມູນ​ເຊື້ອມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ທີ່​ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຊາດ​ພວກ​ເຮົາ  ”.

    ໃນ​ການ​ພົບປະ​ແລກປ່ຽນ, ບັນດາ​ແຂກ​ຖືກ​ເຊີນ​ແມ່ນ​ສະມາຊິກ​ສາ​ພາ​ແຫ່ງ​ຊາດ​ຫວຽດນາມ - ລາວ, ຜູ້ຕາງໜ້າ​ການ​ນຳ​​ບັນດາ​ແຂວງ​​ພາກ​ເໜືອ​ຂອງ​ລາວ ​ແລະ ຫວຽດນາມ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນລະຫວ່າງ​ສອງ​ປະ​ເທດ, ສອງ​ສະພາ​ແຫ່ງ​ຊາດ; ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ, ສັງຄົມ ລະຫວ່າງ​ບັນດາ​ແຂວງ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ. ບັນດາ​ແຂກ​ຖືກ​ເຊີນ​ລ້ວນ​ແຕ່​ຢືນຢັນ​ການ​ຮ່ວມ​ມື​ມິດຕະພາບແບບ​ພິ​ເສດ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ ນັບ​ມື້​ນັບ​ເຂົ້າ​ສູ່ລວງ​ເລິກ, ນັ້ນ​ແມ່ນ​ເງື່ອນ​ໄຂ​ສະດວກ​ເພື່ອ​​ໃຫ້ບັນດາ​ກະຊວງ,​ ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ​ເຊິ່ງສອງ​ພັກ, ສອງ​ລັດ ​ແລະ ສອງ​ສະພາ​ແຫ່ງ​ຊາດ​ໄດ້​ຕົກລົງ​ນຳກັນ.

 

ຂ່າວ/ບົດ​ອື່ນ