ມຸ່ງໄປເຖິງການບູລະນະເສັ້ນທາງຊົນນະບົດຢູ່ຫວຽດນາມແບບຍືນຍົງ

ມຸ່ງໄປເຖິງການບູລະນະເສັ້ນທາງຊົນນະບົດຢູ່ຫວຽດນາມແບບຍືນຍົງ - ảnh 1
ພາບປະກອບ:internet


(vovworld)-  ມຸ່ງ​ໄປ​ເຖິງ​ການ​ບູລະນະ​ເສັ້ນທາງ​ຊົນນະບົດ​ຢູ່ ຫວຽດນາມ ​ແບບ​ຍືນ​ຍົງ ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນານ​ອນ​ໃນ​ໂຄງການ​ປະຕິບັດ​ໂຄງການ​ຄົມມະນາຄົມ​ຊົນນະບົດ 3 ​ໂດຍ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ສົມທົບ​ກັບ​ທະນາຄານ​ໂລກ (WB) ຈັດ​ຕັ້ງ​ຂຶ້ນ​​ໃນ​ວັນ​ທີ 4/4 ຢູ່​ ຮ່າ​ໂນ້ຍ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​​ເພື່ອ​​ແນະນຳ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ສະພາບ​ຕົວ​ຈິງ​ການ​ບູລະນະ​ຢູ່ ຫວຽດນາມ ​ແລະ ​ແຜນການ​ສະຫນອງ​ທຶນ​ໃຫ້​ແກ່​ວຽກ​ງານ​ບູລະນະ​ຜ່ານ​ກອງ​ທຶນ​ບູລະນະ​ທາງບົກ. ​ໂຄງການ​ດັ່ງກ່າວ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່ 33 ​ແຂວງ, ນະ​ຄອນ ຂອງ​ຫວຽດນາມ. ຈຸດໝາຍ​ຂອງ​ໂຄງການ​ແມ່ນ​ລົງທຶນ​ສ້າງ​ລະບົບ​ເສັ້ນທາງ​ຄົມມະນາຄົມ​ຊົນນະບົດ​ເພື່ອ​ຍົກ​ສູງ​ເງື່ອນ​ໄຂ​ໄປມາ​ຂອງ​ປະຊາຊົນ, ຍົກ​ສູງ​ຄວາມ​ສາມາດ​ສຳ​ພັດ​ຂອງ​ບັນດາ​ທ້ອງ​ຖິ່ນ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກກັບ​ບັນດາ​ສູນ​ເສດຖະກິດ, ວັດທະນະທຳ, ສັງຄົມ. ຮອດ​ປີ 2012, ​ໂຄງ​ການ​ດັ່ງກ່າວ​ໄດ້​ຍົກ​ລະດັບເສັ້ນທາງ​ຄົມມະນາຄົມ​ໄດ້​ປະມານ 2.100 ກິ​ໂລ​ແມດ ​ແລະ ບູລະນະ​ສຳ​ເລັດ ​ຂົວ​ ​ແລະ ​ເສັ້ນທາງ​ຢູ່​ຂັ້ນ​ເມືອງ​ໄດ້ 13.000 ກິ​ໂລ​ແມດ.

 

ຂ່າວ/ບົດ​ອື່ນ