ມຸງ​ໄປເຖິງ​ກາ​ນ​ພັດ​ທະ​ນາແບບຍ​ືນ​ຍົງຢູ່​ເຂດທະ​ເລ​ອາ​ຊ​ີ​ຕາ​ເວ​ັນ​ອອກ

(VOVWORLD) -ທີ່ເວທີປາໄສ, ຫົວໜ້າຄະນະບັນດາປະເທດສະມາຊິກ ໄດ້ຮັບຮອງເອົາ ແລະ ລົງນາມຖະແຫຼງການຮ່ວມເວທີປາໄສລັດຖະມົນຕີ ແບບທາງໄກ.
ມຸງ​ໄປເຖິງ​ກາ​ນ​ພັດ​ທະ​ນາແບບຍ​ືນ​ຍົງຢູ່​ເຂດທະ​ເລ​ອາ​ຊ​ີ​ຕາ​ເວ​ັນ​ອອກ - ảnh 1ຄະນະຜູ້ແທນ ຫວຽດນາມ ປະກາດຖະແຫຼງການຮ່ວມ ຂັ້ນລັດຖະມົນຕີ ກ່ຽວກັບການພັດທະນາແບບຍືນຍົງຢູ່ ທະເລອາຊີຕາເວັນອອກ (ພາບ: VGP)

ວັນທີ 2 ທັນວາ, ທີ່ເວທີປາໄສລັດຖະມົນຕີ ໃນຂອບເຂດກອງປະຊຸມໃຫຍ່ທະເລອາຊີຕາເວັນອອກຄັ້ງທີ 7 ທີ່ໄດ້ດຳເນີນແບບທາງໄກ, ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ເລມິງເງິນ ໄດ້ຢັ້ງຢືນວ່າ: ຫວຽດນາມມີຄວາມປາດຖະໜາຢາກຮ່ວມມືກັບບັນດາປະເທດໃນພາກພື້ນ ເພື່ອພ້ອມກັນມີການເຄື່ອນໄຫວ, ແບ່ງປັນບົດຮຽນ, ພຶດຕິກຳຕົວຈິງໃຫ້ເປັນຢ່າງດີ ແນໃສ່ມຸ່ງໄປເຖິງເປົ້າໝາຍລວມແມ່ນພັດທະນາແບບຍືນຍົງຢູ່ເຂດທະເລອາຊີຕາເວັນອອກ.

ທ່ານຮອງລັດຖະມົນຕີ ເລມິງເງິນ ໃຫ້ຮູ້ວ່າ, ດ້ວຍການໜູນຊ່ວຍຂອງບັນດາອົງການຈັດຕັ້ງສາກົນ, ໂດຍສະເພາະແມ່ນ ການພົວພັນຄູ່ຮ່ວມມືຄຸ້ມຄອງສິ່ງແວດລ້ອມຢູ່ເຂດທະເລອາຊີຕາເວັນອອກ (PEMSEA), ຫວຽດນາມ ໄດ້ປະຕິບັດຍຸດທະສາດພັດທະນາແບບຍືນຍົງຢູ່ເຂດບັນດາທະເລອາຊີຕາເວັນອອກສຳເລັດດ້ວຍບັນດາການເຄື່ອນໄຫວລະອຽດຄື: ແຜ່ຂະຫຍາຍການຄຸ້ມຄອງສັງລວມເຂດຝັ່ງຢູ່ບັນດາທ້ອງຖິ່ນແຄມທະເລ; ປະກາດໃຊ້ ແລະ ປະຕິບັດຍຸດທະສາດການຄຸ້ມຄອງສັງລວມເຂດຊາຍຝັ່ງທະເລຮອດປີ 2020, ວິໄສທັດຮອດປີ 2030… ທ່ານຮອງລັດຖະມົນຕີ ເລມິງເງິນ ຢັ້ງຢືນຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນ ແລະ ຍູ້ແຮງການປະຕິບັດ ຍຸດທະສາດພັດທະນາແບບຍືນຍົງຢູ່ເຂດທະເລອາຊີຕາເວັນອອກ ຢູ່ ຫວຽດນາມ.

ທີ່ເວທີປາໄສ, ຫົວໜ້າຄະນະບັນດາປະເທດສະມາຊິກ ໄດ້ຮັບຮອງເອົາ ແລະ ລົງນາມຖະແຫຼງການຮ່ວມເວທີປາໄສລັດຖະມົນຕີ ແບບທາງໄກ. ຖະແຫຼງການຮຽກຮ້ອງບັນດາປະເທດໃນພາກພື້ນ ມີການເຄື່ອນໄຫວແນໃສ່ສ້າງໃໝ່ ແລະ ແກ້ໄຂບັນດາຜົນກະທົບຈາກໂລກລະບາດໂຄວິດ - 19 ໃນທົ່ວໂລກໃຫ້ດີກວ່າຜ່ານການພົວພັນເພີ່ມທະວີຄູ່ຮ່ວມມື; ມຸ່ງໄປເຖິງການຄຸ້ມຄອງມະຫາສະໝຸດທີ່ມີຄວາມຮັບຜິດຊອບ ແລະ ເຂັ້ມແຂງໂດຍອີງໃສ່ຫຼັກການພັດທະນາແບບຍືນຍົງ, ພື້ນຖານເສດຖະກິດຂຽວ…

ຕອບກັບ

ຂ່າວ/ບົດ​ອື່ນ