ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຮອບດ້ານເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ຫວຽດນາມ - ແດນມາກ

ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຮອບດ້ານເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ຫວຽດນາມ - ແດນມາກ - ảnh 1
ງານ​ລ້ຽງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ
(ພາບ: Hoàng Dũng)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ລາຊະ​ອານາຈັກ ​ແດນ​ມາກ, ຕອນ​ຄຳ່​ວັນ​ທີ 18/9, ຕາມ​ເວລາ Copenhagen, ພະ​ລາຊິນີ Margerthe 2 ​ແລະ ພະ​ເດັດ​ເຈົ້າ ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ, ທີ່​ວັງ Fredensborg. ກ່າວ​ຄຳ​ເຫັນ​ທີ່​ພິທີ, ການ​ນຳ 2 ທ່ານ​ໄດ້​ເນັ້ນ​ໜັກ​ນ້ຳ​ໃຈ​ມິດຕະພາບ ຫວຽດນາມ - ​ແດນ​ມາກ ທີ່​ໄດ້​ຮັບ​ການ​ເພີ່ມ​ພູນ​ຄຸນ​ສ້າງ​ມາ​ເປັນ​ເວລາ 40 ປີ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍານຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ມຸ່ງ​ໄປ​ເຖິງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ເພື່ອ​ຜົ​ນປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ ຫວຽດນາມ - ​ແດນ​ມາກ. ພະ​ລາຊິນີ Margerthe ຢັ້ງຢືນ​ວ່າ: ປະຈຸ​ບັນ, ​ໃນ​ສະພາບ​ການ​ໃໝ່, ​ແດນ​ມາກ​ ຍັງ​ຄົງ​ສືບ​ຕໍ່​ຮ່ວມ​ເດີນທາງ​ພ້ອມ​ກັບ ຫວຽດນາມ ບໍ່​ພຽງ​ແຕ່​ຍ້ອນ​ນ້ຳ​ໃຈ​ມິດຕະພາບ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເພື່ອ ຫວຽດນາມ ພວມ​ນັບ​ມື້​ນັບ​ພັດທະນາ, ຢັ້ງຢືນ​ທີ່​ຕັ້ງບົດບາ​ດຂອງ​ຕົນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ລັດຖະບານ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ ​ແດນ​ມາກ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ກາ​ນພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ, ​ເຊິ່ງຈຸດ​ສຸມ​ແມ່ນ​ການ​ຮ່ວມ​ມື​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ. ພະ​ລາຊິນີ Margerthe ຖື​ວ່າ: ​ເລື່ອງ 2 ຝ່າຍ​ມຸ່ງ​ໄປ​ເຖິງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​​ໂດຍ​ໄວຈະ​ເປີດ​ກາລະ​ໂອກາດ​ໃໝ່​ໃນ​ການ​ພົວພັນລະຫວ່າງ 2 ປະ​ເທດ.

    ສ່ວນ​ທ່ານ​ປະທານ​ປະ​ເທ​ດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ສະ​ແດງ​ຄວາມ​ເປັນ​ກຽດ​​ທີ່​ເປັນ​ປະທານ​ປະ​ເທດຜູ້​ທຳ​ອິດຂອງ ຫວຽດນາມ ມາ​ຢ້ຽມຢາມ ວາ​ຊະ​ອານາຈັກ ​ແດນ​ມາກ. ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ: 40 ປີຜ່ານມາ, ການ​ພົວພັນ ຫວຽດນາມ - ​ແດນ​ມາກ​ ນັບ​ມື້​ນັບ​ສະ​ແດງ​​ໃຫ້​ເຫັນພະ​ລັງຊີ​ວິດ​ທີ່ໝັ້ນຄົງ ​ແລະ ​ແຂງ​ແຮງ, ​ເປີດ​ກ້ວາງ ​ແລະ ພັດທະນາ​ຮອບດ້ານ​​ໃນ​ທຸກ​ຂົງ​ເຂດ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ຢ້ຽມຢາມ ​ແລະ ການ​ພົບ​ປະ​ຂອງ​ການນຳ​ຂັ້ນ​ສູງ​ລະ​ຫວ່າງ 2 ປະ​ເທດ​ກໍ່​ຟົດ​ຟື້ນ, ​ບັນດາ​ວິ​ສາ​ຫະກິດອັນ​ດັບ​ໜຶ່ງ​ຂອງ​ແດນມາກ ກໍ່​ເຂົ້າ​ມາ​ລົງທຶນຢູ່ ຫວຽດນາມ ນັບ​ມື້​ນັບ​ຫຼາຍ.​.​.​​ ນີ້​ແມ່ນ​ພະຍານ​ຫຼັກ​ຖານ​ຢ່າງ​ມີ​ຊີວິດ​ຊີວາ​ທີ່​ສຸດ​ໃຫ້​ແກ່​ການ​ພົວພັນທີ່​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ​ຂອງ 2 ປະ​ເທດ ຫວຽດນາມ - ​ແດນ​ມາກ. ນີ້​ແມ່ນ​ພື້ນຖານ​ສຳຄັນທີ່​ສຸດ​ເພື່ອ​ໃຫ້ 2 ປະ​ເທດ​ຍົກ​ລະດັບ​ການ​ພົວພັນ 2 ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ.

    ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 18/9 ຕາມ​ເວລາ Copenhagen, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ ​ໄດ້​ມາ​ຢ້ຽມຢາມ​ແລະ ​ໂອ້​ລົມກັບ​ພະນັກງານ, ລັດຖະກອນ​ສະ​ຖານ​ທູດ ຫວຽດນາມ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມຊາວ ຫວຽດນາມ ພວ​ມດຳລົງ​ຊີວິດ ​ແລະ ຮຳ່ຮຽນ​ຢູ່ ​ແດນ​ມາກ.

ຂ່າວ/ບົດ​ອື່ນ