ມຸ່ງໄປ​ເຖິງ​ການ​ສ້າງ​ພື້ນ​ຖານ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ

(VOVWORLD) -ກອງປະຊຸມໃຫຍ່ຄັ້ງນີ້ມີຄວາມໝາຍສຳຄັນເປັນພິເສດ, ກຳນົດທິດໃຫ້ແກ່ສະມາຄົມນັກຂ່າວ ຫວຽດນາມ ທຸກຂັ້ນ ແລະ ຖັນແຖວຜູ້ເຮັດວຽກງານການຂ່າວ ຫວຽດນາມ ທຸກຄົນໃນທົ່ວປະເທດສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ສະຫງ່າງາມ, ຮ່ວມແຮງຮ່ວມໃຈ, ອອກແຮງສູ້ຊົນກໍ່ສ້າງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ໃຫ້ເຕັມໄປດ້ວຍລັກສະນະຕໍ່ສູ້, ວັດທະນະທຳມະນຸດ, ເປັນມືອາຊີບ, ທັນສະໄໝ, ເພື່ອຜົນປະໂຫຍດຂອງປະເທດ ແລະ ປະຊາຊົນ, ເພື່ອປະເທດ ຫວຽດນາມ ຈະເລີນຮຸ່ງເຮືອງເຂັ້ມແຂງ, ວັດທະນາຖາວອນ.

       

ມຸ່ງໄປ​ເຖິງ​ການ​ສ້າງ​ພື້ນ​ຖານ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ - ảnh 1ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມນັກຂ່າວ ຫວຽດນາມ ຄັ້ງທີ XI, ອາຍຸການ 2020 – 2025

  ວັນທີ 30 ທັນວາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມນັກຂ່າວ ຫວຽດນາມ ຄັ້ງທີ XI, ອາຍຸການ 2020 – 2025 ໄດ້ຈັດກອງປະຊຸມຈັດກຽມ. ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 550 ທ່ານ, ທີ່ຕາງໜ້າໃຫ້ສະມາຊິກສະມາຄົມນັກຂ່າວໃນທົ່ວປະເທດ 27.000 ຄົນ ເພື່ອມຸ່ງໄປເຖິງເປົ້າໝາຍສ້າງສະມາຄົມ ແລະ ພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ໃຫ້ນັບມື້ນັບພັດທະນາ.  

        ດ້ວຍທິດນຳ “ສາມັກຄີ - ລະບຽບວິໄນ - ປ່ຽນແປງໃໝ່ - ປະດິດຄິດສ້າງ - ພັດທະນາ”, ກອງປະຊຸມໃຫຍ່ຄັ້ງນີ້ມີຄວາມໝາຍສຳຄັນເປັນພິເສດ, ກຳນົດທິດໃຫ້ແກ່ສະມາຄົມນັກຂ່າວ ຫວຽດນາມ ທຸກຂັ້ນ ແລະ ຖັນແຖວຜູ້ເຮັດວຽກງານການຂ່າວ ຫວຽດນາມ ທຸກຄົນໃນທົ່ວປະເທດສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ສະຫງ່າງາມ, ຮ່ວມແຮງຮ່ວມໃຈ, ອອກແຮງສູ້ຊົນກໍ່ສ້າງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ໃຫ້ເຕັມໄປດ້ວຍລັກສະນະຕໍ່ສູ້, ວັດທະນະທຳມະນຸດ, ເປັນມືອາຊີບ, ທັນສະໄໝ, ເພື່ອຜົນປະໂຫຍດຂອງປະເທດ ແລະ ປະຊາຊົນ, ເພື່ອປະເທດ ຫວຽດນາມ ຈະເລີນຮຸ່ງເຮືອງເຂັ້ມແຂງ, ວັດທະນາຖາວອນ.


ຕອບກັບ

ຂ່າວ/ບົດ​ອື່ນ