ມຸ່ງໄປເຖິງການເຜີຍແຜ່ນຳໃຊ້ພາສີເອເລັກໂຕນິກ

ມຸ່ງໄປເຖິງການເຜີຍແຜ່ນຳໃຊ້ພາສີເອເລັກໂຕນິກ - ảnh 1
ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບ​ຄຳ​ເຫັນ​
ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ (ສະບັບ​ປັບ​ປຸງ)

(vovworld) –  ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ຄັ້ງ​ທີ 20, ຕອນ​ເຊົ້າ​ວັນ​ທີ 15/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ (ສະບັບ​ປັບ​ປຸງ). ​ເມື່ອ​ປຶ​ກສາຫາລື​ທີ່​ກອງ​ປະຊຸມ, ມີ​ຫຼາຍ​ຄຳ​ເຫັນ​ຖື​ວ່າ: ​ໃນ​ເງື່ອນ​ໄຂ​ປະຈຸ​ບັນ, ​ເລື່ອງ​ປັບປຸງ​ກົດໝາຍ​ຕ້ອງ​ໄປຕາ​ມທິ​ດຍົກ​ສູງ​ບົດບາດ​ຂອງ​ພາສີ​ໃນ​ກາ​ນຊຸກຍູ້​ການ​ເຄື່ອນ​ໄຫວ​ສົ່ງ​ອອກ, ນຳ​ເຂົ້າ​ສິນຄ້າ​ກ່ວາ​ອີກ, ພ້ອມ​ທັງ​ຈຳກັດການກະທົບ​ທີ່​ຫຍໍ້​ທໍ້​ຂອງ​ບັນດາ​ມາດ​ຕະການ​ຕ້ານ​ການ​ຄ້າ​ເຖື່ອນ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີ​ຮ່າງ​ກົດໝາຍຄວນ​ມີ​ບັນດາ​ຂໍ້​ກຳນົດ​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ລາຍ​ຈ່າຍ​ກ່ຽວ​ກັບ​ພາສີ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ​ - ສົ່ງ​ອອກສິນຄ້າ​, ຫັນເຮັດ​ລະບຽບການ​ພາສີ​ຢ່າງໂປງໄສ:

        “ບັນດາ​ຂໍ້​ກຳນົດ​ຂອງ​ຮ່າງ​ກົດໝາຍ​ຕ້ອງ​ຫັນ​ລະບຽບ​ການ​ພາສີ​ໃຫ້​ຈໂປງໄສ. ດ້ານ​ໜຶ່ງ​ພວກ​ເຮົາ​ຮັບປະກັນ​ວຽກ​ງານ​ຄຸ້ມຄອງ​ແຫ່​ງລັດ, ດ້ານ​ອື່ນ​​ແມ່ນ​ສ້າງ​ລະບຽບການພາສີ​ທີ່ມີຄວາມສະໜິດສະໜົມ​ກັບ​ວິ​ສາ​ຫະກິດ​ໃນ​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ - ສົ່ງອອກສິນຄ້າ. ບັນຫາ​​ສຳຄັນ​ໜຶ່ງ​ອີກແມ່ນ​ບັນດາ​ຂໍ້​ກຳນົດ​ກ່ຽວ​ຂ້ອງ​ເຖິງ​ສິດ​ພື້ນຖານ​ຂອງ​ພົນລະ​ເມືອງ ພິ​ເສດ​ແມ່ນ​ມາ​ດຕະການ​ຕ່າງໆ​ຄື​ຕ້ານ​ການ​ຄ້າ​ເຖື່ອນ, ຂົນ​ສົ່ງ​ສິນຄ້າ​ຜ່ານ​ຊາຍ​ແດນ​​ຕ້ອງ​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ທີ່​ພວມ​ປະກາດ​ໃຊ້​ກໍ່​ຄື​ການ​ປັບປຸງ​ລັດຖະທຳ​ມະນູນ.”     

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປະກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ຕິດ​ຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຮັບປະກັນ​ຄຸນ​ນະພາ​ບ ​ແລະ ລາຍການ, ປື້​ມຫຼັກສຸດສາມັນສຶກສາ.

 

ຂ່າວ/ບົດ​ອື່ນ