ມຸ່ງໄປເຖິງຈຸດໝາຍຄວາມສະເໝີພາບລະຫວ່າງຍິງ-ຊາຍເພື່ອຄວາມກ້າວໜ້າຂອງແມ່ຍິງ

ມຸ່ງໄປເຖິງຈຸດໝາຍຄວາມສະເໝີພາບລະຫວ່າງຍິງ-ຊາຍເພື່ອຄວາມກ້າວໜ້າຂອງແມ່ຍິງ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 12/08 ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ສະຫະພັນ​ແມ່ຍິງ ຫວຽດນາມ ສົມທົບ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ສູນ​ຄົ້ນຄວ້າ​ສິ່ງ​ແວດ​ລ້ອມ ​ແລະ ປະຊາ​ຄົມ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາທາ​ບທາມ​ຄຳ​ເຫັນກ່ຽວ​ກັບ​​ການ​ປະຕິບັດ​ຈຸດໝາຍ 5 (ຈຸດໝາຍ​ສະ​​ເພາະ​ກ່ຽວ​ກັບ​ເພດ) ທີ່​ນອນ​ໃນ​ໂຄງການ​ດຳ​ເນີນ​ງານ 2030 ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ນາງ ຫງວຽນ​ທິທູ​ຮ່າ ປະທານ​ສະຫະພັນ​ແມ່ຍິງ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ວຽກ​ງານ​ສະ​ເໝີ​ພາບ​ລະຫວ່າງ ຍິງ - ຊາຍ ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ພັກ ​ແລະ ລັດຖະບານ ຫວຽດນາມ, ຖື​ນັ້ນ​ທັງ​ເປັນ​ຈຸດໝາຍ ທັງ​ເປັນປັດ​ໃຈ​ມະນຸດ ປະກອບສ່ວນ​ເຂົ້າ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ຜ່ານ​ນັ້ນ, ຍູ້​ແຮງ​ບົດບາດ​ຂອງ​ແມ່ຍິງ​ກ່ວາ​ອີກ​ ກໍ່​ຄື​ຢືນຢັນ​ເຖິງ​ຄວາມ​ຈຳ​ເປັນ, ຜົນ​ປະ​​ໂຫຍ​ດຂອງ​ເລື່ອງ​​ເອົາ​ໃຈ​ໃສ່​ເຖິງ​ແມ່ຍິງ​ໃນ​ວິວັດ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ.

        ​ແລະ​ກໍ່​ໃນ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ Pratibha Mehta ຜູ້​ປະສານ​ງານ​ຂອງ ສປຊ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ສປຊ ພວມ​ພ້ອມ​ກັບລັດຖະບານ ຫວຽດນາມ ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ພັດທະນາ​ຂອງ ຫວຽດນາມ ​ໃນ 5 ປີ​ຈະ​ມາ​ເຖິງ, ​ໃນ​ນັ້ນ ບັນຫາ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ແຖວ​ໜ້າ​ແມ່ນ​ບັນ​ຫາ​ກ່ຽວ​ກັບ​ເພດ ​ແລະ ຄວາມ​ສະ​ເໝີ​ພາບ​ລະຫວ່າງຍິງ - ຊາຍ

ຂ່າວ/ບົດ​ອື່ນ