ມຸ້ງໄປເຖິງຊັບພະຍາກອນມະນຸດດ້ານ ເຕັກໂນໂລຊີຂໍ້ມູນຂ່າວສານ 1 ລ້ານຄົນໃນປີ 2020

ມຸ້ງໄປເຖິງຊັບພະຍາກອນມະນຸດດ້ານ ເຕັກໂນໂລຊີຂໍ້ມູນຂ່າວສານ 1 ລ້ານຄົນໃນປີ 2020 - ảnh 1

(ພາບ: ict-hatinh.gov.vn)

( vovworld ) ​​​​ຕອນ​ເຊົ້າວັນ​ທີ 22/3, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ແລະ ກະຊວງ​ຖະ​ແຫຼ​ງຂ່າວ​-ໂທລະ​ຄົມຫວຽດນາມ ​ໄດ້​ຈັດ​ພິທີ​ລົງ​ນາມ​ໃນ​ການ​ສົມທົບ​ກັນ​ພັດທະນາ ​ແລະ ນຳ​​ໃຊ້ເຕັກ​ໂນ​ໂລ​ຊີ​ຂໍ້ມູນ​ຂ່າວສານ​ໄລຍະ 2012-2017. ຈຸດໝາຍ​ຂອງ​ໂຄງການ​ສົມທົບ​ນີ້ ​ແມ່ນ​​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ໜຸ່ມ​ດ້ານເຕັກ​ໂນ​ໂລ​ຊີ​ຂໍ້ມູນ​ຂ່າວສານ, ມຸ້ງ​ໄປ​ເຖິງຈຸດໝາຍ​ມີ​ຊັບພະຍາກອນ​ມະນຸດ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້ມູນ​ຂ່າວສານ 1 ລ້ານ​ຄົນ​ໃນ​ປີ 2020. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Nguyen Thien Nhan ຮອງ​ນາຍົກລັດຖະມົນຕີ, ຫົວໜ້າ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ດ້ານເຕັກ​ໂນ​ໂລ​ຊີ​ຂໍ້ມູນ​ຂ່າວສານ​ໄດ້​ເນັ້ນໜັກ​​ເຖິງ 4 ​ເນື້ອ​ໃນ​ທີ່​ຕ້ອງ​ປຶກສາ​ຫາລື ຕິດ​ພັນ​ກັບ​ຊາວ​ໜຸ່ມ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ: “ທີ 1 ​ແມ່ນ​ຄວນ​ສ້າງ​ເວັບ​ໄຊກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ໜຸ່ມ​ກ່ຽວ​ກັບເຕັກ​ໂນ​ໂລ​ຊີ​ຂໍ້ມູນ​ຂ່າວສານ. ທີ 2 ​ແມ່ນ, ພື້ນ​ຖານ​ໂຄງ​ລ່າງ​ມີ​ແລ້ວ, ຕ້ອງ​ເສີມ​ຂະຫຍາຍ ​ເພື່ອ​ເຮັດ​ໃຫ້​ບັນດາ​ຫໍວັດທະນະທຳ​ຕາ​ແສງ ກາຍ​ເປັນ​ແຫ່ງ​ໃຊ້​ອິນ​ເຕີ​ແນັດ​ຂອງ​ວົງ​ຄະນາ​ຍາດ ​ແລະ ຂອງ​ທ້ອງ​ຖິ່ນ. ທີ 3 ​ແມ່ນ, ທາງ​ກະຊວງຖະ​ແຫຼ​ງຂ່າວ​-ໂທລະ​ຄົມຫວຽດນາມ ຈະ​ຍື່ນ​ສະ​ເໜີ​ໂຄງການ​ຄອມ​ຟີ​ວ​ເຕີ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ພູມ​ປັນຍາ ຕໍ່​ລັດຖະບານ​​ ເພື່ອ​ຜະລິດ​ຄອມ​ຟີ​ວ​ເຕີ 1 ລ້ານ​ໜ່ວຍ ​ເຊື່ອມ​ຕໍ່​ກັບ​ບັນດາ​ເຄືອ​ຂ່າຍ​ໃນ​ທົ່ວ​ປະ​ເທດ. ທີ 4 ​ແມ່ນ ​ໃນ​ບັນດາ​ການ​ໝູນ​ໃຊ້ ຊື່​ງຄະນະ​ຊາວ​ໜຸ່ມ​ພວມຜັນ​ຂະຫຍາຍ, ຕ້ອງ​ຖື​ວ່າ ນີ້​ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ຊາວ​ໜຸ່ມ​ມີ​ສິດ​ໄດ້​ສະ​ແດງ​ຄວາມ​ເຫັນ ​ແລະ ກໍ​ແມ່ນ​ບ່ອນ​​ເພື່ອ​​ໃຫ້ຊາວ​ໜຸ່ມຮັບ​ຟັງ​ຄຳ​ເຫັນ​ຂອງ​ປະຊາຊົນ, ຂອງ​ລັດຖະບານ

 

ຂ່າວ/ບົດ​ອື່ນ