ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ສົ່ງ​ອອກຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື​່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ 50 ຕື້ USD

(VOVWORLD) -ກະຊວງກະສິກຳ ແລະ ພັດທະນາຊົນນະບົດຈະສືບຕໍ່ຍູ້ແຮງການສ້າງໂຄງປະກອບຂອງຂະແໜງຄືນໃໝ່, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນໃນການຜະລິດ, ດຳເນີນທຸລະກິດ, ແນະນຳ, ກຳນົດທິດບັນດາທ້ອງຖິ່ນເປັນຕົ້ນແມ່ນເຂດຈຸດສຸມກ່ຽວກັບການຜະລິດເຂົ້າ, ລ້ຽງສັດ, ສິນໃນນ້ຳ ຢ່າງມີແຜນການຜະລິດທີ່ເໝາະສົມກັບຄວາມຕ້ອງການຂອງຕະຫຼາດ
ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ສົ່ງ​ອອກຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື​່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ 50 ຕື້ USD - ảnh 1ການຖະແຫຼງຂ່າວ ປະຈຳປີ ຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ (ພາບ: congthuong.vn)

ທີ່ການຖະແຫຼງຂ່າວໄດ້ດຳເນີນໃນຕອນບ່າຍວັນທີ 3 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຝຸ່ງດຶກຕຽນ ໄດ້ຢັ້ງຢືນຈະສຸມໃສ່ບັນດາມາດຕະການກ່ຽວກັບການຕະຫຼາດ ສູ້ຊົນປະຕິບັດເປົ້າໝາຍ ນຳວົງເງິນການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ບັນລຸ 50 ຕື້ USD ໃນປີນີ້. 9 ເດື່ອນຜ່ານມາ, ກະສິກຳສືບຕໍ່ຮັກສາທາເຕີບໂຕດີພໍສົມຄວນ ດ້ວຍທ່າເຕີບໂຕຂອງບັນດາຜະລິດຕະພັນກະເສດສົ່ງອອກຫຼັກແຫຼ່ງ. ໃນ 9 ເດືອນຕົ້ນປີ 2022, ວົງເງິນການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ເພີ່ມຂຶ້ນ 15 % ຄາດວ່າບັນລຸເກືອບ 41 ຕື້ USD ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກຸ່ມຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳລ້ວນແຕ່ເພີ່ມຂຶ້ນ. ມາຮອດປັດຈຸບັນ ມີ 7 ຜະລິດຕະພັນ, ກຸ່ມຜະລິດຕະພັນບັນລຸມູນສົ່ງອອກກ່ວາ 2 ຕື້ USD. ກະຊວງກະສິກຳ ແລະ ພັດທະນາຊົນນະບົດຈະສືບຕໍ່ຍູ້ແຮງການສ້າງໂຄງປະກອບຂອງຂະແໜງຄືນໃໝ່, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນໃນການຜະລິດ, ດຳເນີນທຸລະກິດ, ແນະນຳ, ກຳນົດທິດບັນດາທ້ອງຖິ່ນເປັນຕົ້ນແມ່ນເຂດຈຸດສຸມກ່ຽວກັບການຜະລິດເຂົ້າ, ລ້ຽງສັດ, ສິນໃນນ້ຳ ຢ່າງມີແຜນການຜະລິດທີ່ເໝາະສົມກັບຄວາມຕ້ອງການຂອງຕະຫຼາດ. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຝູ່ງດຶກຕຽນ ຢັ້ງຢືນວ່າ:

        ໝາກຜົນຂອງການສົ່ງອອກຜະລິດຕະພັນກະເສດໃນ 9 ເດືອນຕົ້ນປີ ໄດ້ປະກອບສ່ວນສຳຄັນ ເພື່ອໃຫ້ປະເທດມີການເຕີບໂຕຂຶ້ນເຖິງ 13,76% ບັນດາດັດຊະນີຂອງຂະແໜງກະສິກຳ ໄດ້ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ພັດທະນາແບບຍືນຍົງ. ນັບແຕ່ນີ້ຮອດທ້າຍປີ ຍັງເຫຼືອ 3 ເດືອນ, ດ້ວຍເງື່ອນໄຂສາກົນຄືໃນປັດຈຸບັນ, ຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອບັນລຸໄດ້ ເປົ້າໝາຍ 50 ຕື້ USD ດ້ວຍບັນດາມາດຕະການກ່ຽວກັບການຕະຫຼາດ ເພື່ອໃຫ້ພວກເຮົາຮັບປະກັນໄດ້ເປົ້າໝາຍໂດຍລັດຖະບານມອບໝາຍໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ