ມີຈຸດປ່ຽນໃຫມ່ໃນວາລະຊັກຖາມ ແລະ ຕອບຄຳຊັກຖາມເຮັດໃຫ້ປະຊາຊົນມີຄວາມເພິ່ງພໍໃຈ

(VOVWORLD) - ເມື່ອຕິດຕາມວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ຫໍປະຊຸມສະພາແຫ່ງຊາດ ຊື່ງອອກອາກາດທາງວິທະຍຸ ແລະ ໂທລະພາບ ໃນວັນທີ 30 ຕຸລາ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດໄດ້ມີການຕີລາຄາຢ່າງຕັ້ງຫນ້າ.

ທ່ານ ເຈືອງດີງຮັ່ງ ຜູ້ມີສິດເລືອກຕັ້ງຢູ່ ຕາແສງ ເຝືອກຫຽບ ນະຄອນ ບ່າເຣ້ຍ ຫວູງເຕົາ ຖືວ່າ: ກອງປະຊຸມຂອງສະພາແຫ່ງຊາດໃນເທື່ອນີ້ ມີຫລາຍຈຸດໃຫມ່ໃນການຊັກຖາມ ແລະ ຕອບຄຳຊັກຖາມບັນດາສະມາຊິກລັດຖະບານ. ນັ້ນແມ່ນ ບໍ່ຈຳກັດເວລາຊັກຖາມ ແລະ ຊັກຖາມຈົນສຸດກົກສຸດປາຍຂອງບັນຫາ ເຮັດໃຫ້ຜູ້ມີສິດເລືອກຕັ້ງມີຄວາມເພິ່ງພໍໃຈ.

“ກອງປະຊຸມຂອງສະພາແຫ່ງຊາດເທື່ອນີ້ ຂ້າພະເຈົ້າເຫັນວ່າ ມີຈຸດປ່ຽນໃຫມ່ໃນການຊັກຖາມ ລະຫວ່າງສະມາຊິກສະພາແຫ່ງຊາດ ແລະ ຜູ້ຖືກຊັກຖາມ. ທີ່ນີ້ ບໍ່ມີການຈຳກັດເວລາຊັກຖາມ ຂ້າພະເຈົ້າເຫັນວ່າ ນີ້ແມ່ນບັນຫາດີ ເຮັດໃຫ້ປະຊາຊົນມີຄວາມເພິ່ງພໍໃຈ.”

 ທ່ານ ຫງວຽນແມ້ງຕວານ ຜູ້ມີສິດເລືອກຕັ້ງຢູ່ ຕາແສງ ອຽນນີງ ນະຄອນ ອຽນບາຍ ແຂວງ ອຽນບາຍ ມີຄຳເຫັນວ່າ:

“ກອງປະຊຸມຂອງສະພາແຫ່ງຊາດເທື່ອນີ້ ບໍ່ມີການຊັກສະເພາະ ຫາກຊັກຖາມລວມບັນດາສະມາຊິກລັດຖະບານ ຕາມຂ້າພະເຈົ້າເຫັນວ່າແມ່ນເໝາະສົມ. ຜູ້ມີສິດເລືອກຕັ້ງຮູ້ສຶກເພິ່ງພໍໃຈເມື່ອບັນດາບັນຫາຖືກຊັກຖາມ ແລະ ຕອບຄຳຊັກຖາມແມ່ນໃກ້ຊິດຕິດແທດກັບຊີວິດຕົວຈິງ ແລະ ກໍ່ແມ່ນບັນຫາຮ້ອນເຮັ່ງ.”

ຕອບກັບ

ຂ່າວ/ບົດ​ອື່ນ