ມື້ຈຸດສຸມຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃຫມ່ ແລະ ວັນອາທິດສີຂຽວປີ 2023.

(VOVWORLD) -ຕອນເຊົ້າວັນທີ 23 ກໍລະກົດ ຢູ່ ຕາແສງ ເຕີນຮ່ວາ ເມືອງ ມີງຮວາ ແຂວງ ກວ໋າງບີ່ງ, ສູນກາງຊາວຫນຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີເລີ່ມເຄື່ອນໄຫວມື້ຈຸດສຸມຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃຫມ່ ແລະ ວັນອາທິດສີຂຽວປີ 2023.

ມື້ຈຸດສຸມຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃຫມ່ ແລະ ວັນອາທິດສີຂຽວປີ 2023. - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີເລີ່ມເຄື່ອນໄຫວກໍ່ສ້າງຊົນນະບົດໃຫມ່. ພາບ:TTXVN 

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນເຕື່ອງເລີມ, ເລຂາສູນກາງຊາວຫນຸ່ມ, ຮອງຫົວຫນ້າຜູ້ປະຈຳການ ຄະນະກຳມະການແຫ່ງຊາດກ່ຽວກັບຊາວຫນຸ່ມ ຫວຽດນາມ ໃຫ້ຮູ້ວ່າ: ເຫດການດັ່ງກ່າວແມ່ນເພື່ອແນໃສ່ແນະນຳໃຫ້ໄວຫນຸ່ມປະຕິບັດການເຄື່ອນໄຫວແທດຈິງຫລາຍຢ່າງໃຫ້ວົງຄະນາຍາດ.

ນັ້ນແມ່ນ ການກໍ່ສ້າງພື້ນຖານໂຄງລ່າງຊົນນະບົດ, ເຂົ້າຮ່ວມການປູກຕົ້ນໄມ້ສີຂຽວ, ສ້າງສະພາບແວດລ້ອມໃຫ້ປອດໃສສະອາດ, ທຳຄວາມງາມຢູ່ບັນດາສຸສານ, ອະນຸສາວະລີ ແລະອື່ນໆ. ບັນດາການເຄື່ອນໄຫວດັ່ງກ່າວແມ່ນໄດ້ປະຕິບັດໃນພາບດຽວຢູ່ທຸກແຫ່ງໃນທົ່ວປະເທດ, ສືບຕໍ່ສ້າງກາລະໂອກາດໃຫ້ໄວຫນຸ່ມຢັ້ງຢືນ ຄວາມຕັດສິນໃຈ, ຈິດໃຈຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈໃນການກໍ່ສ້າງຊົນນະບົດໃຫມ່, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືຮັບການປ່ຽນແປງຂອງດິນຟ້າອາກາດ, ມຸ່ງໄປເຖິງການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ