ມີຊາວຫວຽດນາມ 5 ຄົນຖືກຫາຍສາບສູນໃນເຫດກ່ຳປັ່ນຂົນສົ່ງສິນຄ້າຢູ່ຍີ່ປຸ່ນ ຖືກຈົມນ້ຳ

(VOVWORLD) -ກອງບັນຊາການປ້ອງກັນຄວາມສະຫງົບທະເລທະຫານເຂດ 2 ຂອງຍີ່ປູ່ນ ພວມຕັ້ງໜ້າຊອກຫາລູກເຮືອ 13 ຄົນຫາຍສາບສູນໃນກ່ຳປັ່ນ GUO XING 1, ພາຍຫຼັງຖືກຕຳກັບກ່ຳປັ່ນຫາປາຍີ່ປຸ່ນ.
ມີຊາວຫວຽດນາມ 5 ຄົນຖືກຫາຍສາບສູນໃນເຫດກ່ຳປັ່ນຂົນສົ່ງສິນຄ້າຢູ່ຍີ່ປຸ່ນ ຖືກຈົມນ້ຳ - ảnh 1(ພາບປະກອບ: Reuters/VOV)

ໃນຈຳນວນ 13 ຄົນຫາຍສາບສູນນັ້ນ, ມີ 5 ຄົນແມ່ນລູກເຮືອຊາວຫວຽດນາມ. ປະຈຸບັນ, ກອງບັນຊາການ ໄດ້ສົ່ງເຮືອບິນ, ກ່ຳປັ່ນລາດຕະເວນ 2 ລຳ… ພ້ອມກັບທະຫານກູ້ໄພກູ້ຊີບມາຊອກຫາບັນດາຜູ້ຖືກຫາຍສາບສູນ.

          ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 29 ກຸມພາ, ຢູ່ນອກຝັ່ງທະເລແຂວງ Aomori, ປະເທດຍີ່ປຸ່ນ, ກ່ຳປັ່ນຂົນສົ່ງສິນຄ້າໝາຍເລກ GUO XING 1 ມີນ້ຳໜັກບັນທຸກ 1.989 ໂຕນ ໄດ້ຕ່ຳກັບກ່ຳປັ່ນຫາປາ Tomimaru ເລກ 8 ມີນ້ຳໜັກບັນທຸກ 138 ໂຕນ. ພາຍຫຼັງເກີດເຫດດັ່ງກ່າວເປັນເວລາປະມານ 20 ນາທີ, ກ່ຳປັ່ນ GUO XING 1 ຖືກຈົມນ້ຳ.

          ຕາມກອງບັນຊາການດັ່ງກ່າວ, ຊາວຫວຽດນາມ ຜູ້ໜຶ່ງໄດ້ກອບກູ້ເອົາຊີວິດ ແລະ ພວມປິ່ນປົວຢູ່ທ່າກ່ຳປັ່ນ Hachinohe ຂອງແຂວງ Aomori, 13 ຄົນຍັງເຫຼືອຖືກຫາຍສາບສູນຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ