ມີ​ຊາວ​ຫວຽດ​ນາມ ກ່​ວາ 35.000 ຄົນ ໄດ້​​ສັກ​ວັກ​ຊິນ​ກັນ​ໂຄວິດ - 19

(VOVWORLD) -ຕອນບ່າຍວັນທີ 25 ມີນາ, ທີ່ການຖະແຫຼງຂ່າວນັດສາມັນຂອງ ກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບແຜນການສັກວັກຊິນກັນໂຄວິດ - 19 ຂອງ ຫວຽດນາມ.
ມີ​ຊາວ​ຫວຽດ​ນາມ ກ່​ວາ 35.000 ຄົນ ໄດ້​​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 - ảnh 1ພາບປະກອບ: TTXVN

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ, ຕາມແຫຼ່ງຂ່າວຈາກໂຄງການສັກວັກຊິນເປີດກ້ວາງແຫ່ງຊາດແລ້ວ, ໄລ່ຮອດວັນທີ 21 ມີນາ, ຫວຽດນາມ ມີຜູ້ໄດ້ສັກວັກຊິນກັນໂຄວິດ - 19 ກ່ວາ 35.000 ຄົນ. ນອກຈາກແຫຼ່ງວັກຊິນນຳເຂົ້າແລ້ວ, ຫວຽດນາມ ກໍ່ຊຸກຍູ້ການຄົ້ນຄ້ວາພັດທະນາວັກຊິນພາຍໃນປະເທດ. ວັກຊິນກັນໂຄວິດ - 19 ໂດຍ ຫວຽດນາມ ຜະລິດຄາດວ່າສາມາດໄດ້ຮັບການນຳໃຊ້ໄວທີ່ສຸດແມ່ນໃນປີ 2022 ເພື່ອເປັນເຈົ້າການກ່ຽວກັບແຫຼ່ງວັກຊິນ, ຮັບປະກັນແຫຼ່ງສະໜອງ, ຄວາມໝັ້ນຄົງດ້ານສາທາລະນະສຸກ ແລະ ເປັນເຈົ້າການໃນການຮັບມືກັບໂລກລະບາດໂຄວິດ - 19. ປັດຈຸບັນ, ມີວັກຊິນກັນໂຄວິດ - 19 2 ຊະນິດໂດຍ ຫວຽດນາມ ຄົ້ນຄ້ວາ, ຜະລິດ ສັກທົດລອງ ໄລຍະທີ 1 ແລະ ໄລຍະທີ 2. ວິວັດການທົດລອງພວມດຳເນີນໄປຢ່າງຖືກຕ້ອງຕາມຂັ້ນຕອນ, ຮັບປະກັນຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ