ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019

(VOVWORLD) -ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດມາ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໃນລະຫວ່າງວັນທີ 10 – 26 ກໍລະກົດ 2019.
ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 - ảnh 1ຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ  ເຂົ້າຮ່ວມການເຄື່ອນໄຫວປູກຕົ້ນໄປຢູ່ແຄມທະເລ (ພາບ:TTXVN)

ຕາມແຫຼ່ງຂ່າວຈາກຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດມາ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໃນລະຫວ່າງວັນທີ 10 – 26 ກໍລະກົດ 2019.

        ຕາມນັ້ນແລ້ວ, ຄ້າຍພັກແລ້ງ 2019 ມີການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຢ່າງ ໄດ້ຈັດຂຶ້ນຢູ່ 10 ທ້ອງຖິ່ນຂອງທັງ 03 ພາກເໜືອ, ພາກກາງ, ພາກໃຕ້ ຂອງຫວຽດນາມ. ນອກຈາກນັ້ນ, ຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດ ຍັງໄດ້ໄປຢ້ຽມຊົມ ແລະ ຊອກຮູ້ກ່ຽວກັບປູຊະນີີຍະສະຖານປະຫວັດສາດ ແລະ ວັດທະນະທໍາແຫ່ງຕ່າງໆອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ