ມິດຕິງຕອບສະໜອງວັນສິດຂອງຜູ້ບໍລິໂພກຫວຽດນາມ

(VOVWORLD) -ຕອນຄ່ຳວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ພະແນກອຸດສາຫະກຳການຄ້ານະຄອນ ຮ່າໂນ້ຍ ໄດ້ຈັດງານມິດຕິງຕອບສະໜອງວັນ “ສິດຂອງຜູ້ບໍລິໂພກຫວຽດນາມ”.
ມິດຕິງຕອບສະໜອງວັນສິດຂອງຜູ້ບໍລິໂພກຫວຽດນາມ - ảnh 1(ພາບປະກອບ: TTXVN)

ປີ 2021, ລາຍການ “ເຄື່ອນໄຫວເພື່ອສິດຜົນປະໂຫຍດຂອງຜູ້ບໍລິໂພກ” ຂອງນະຄອນ ຮ່າໂນ້ຍ ດ້ວຍຫົວຂໍ້ “ດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ, ການບໍລິໂພກແບບຍືນຍົງໃນໄລຍະປົກກະຕິໃໝ່” ໂດຍກະຊວງອຸດສາຫະກຳການຄ້າຫວຽດນາມ ປຸກລະດົມ. ລາຍການບໍ່ພຽງແຕ່ຍູ້ແຮງການໂຄສະນາ, ເຜີຍແຜ່ກົດໝາຍກ່ຽວກັບວຽກງານປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກເທົ່ານັ້ນ, ຫາກຍັງຊ່ວຍໃຫ້ຜູ້ບໍລິໂພກ ເຫັນແຈ້ງບົດບາດ, ໜ້າທີ່ເມື່ອເຂົ້າຮ່ວມການຊື້ສິນຄ້າ, ສະຕິຄວາມຮັບຜິດຊອບຕໍ່ປະຊາຄົມອີກດ້ວຍ. ທ່ານນາງ ເຈິ່ງທິເຟືອງລານ, ຮັກສາການຫົວໜ້າພະແນກອຸດສາຫະກຳການຄ້າ ນະຄອນຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ບັນດາວິສາຫະກິດ, ຫົວໜ່ວຍຜະລິດດຳເນີນທຸລະກິດຕ້ອງມີສະຕິຄວາມຮັບຜິດຊອບເພື່ອຈັດຕັ້ງການຜະລິດ, ຕ້ອນຮັບເຫດການຄືແນວນີ້, ຜະລິດອອກບັນດາຜະລິດຕະພັນທີ່ມີອິດທິພົນຊື່ສຽງ ແລະ ມີຄຸນນະພາບ. ເມື່ອໄດ້ຮັບການສ່ອງແສງຈາກຜູ້ ບໍລິໂພກ ອົງການຄຸ້ມຄອງລັດຈະເປັນເສນາທິການໃຫ້ລັດ, ຍົກອອກບັນດານະໂຍບາຍ, ກົນໄກ ເພື່ອເຮັດແນວໃດຍົກສູງໜ້າທີ່ຄວາມຮັບຜິດຊອບຂອງຫົວໜ່ວຍຜະລິດດຳເນີນທຸລະກິດ ແລະ ຍົກສູງສິດຂອງຜູ້ບໍລິໂພກ”.

ຕອບກັບ

ຂ່າວ/ບົດ​ອື່ນ