ມົດສະກູ ກ່າວເຕືອນຜົນຮ້າຍຢ້ອນຫຼັງຂອງການຈັດວາງລາຄາເພດານສຳລັບນ້ຳມັນຂອງ ລັດເຊຍ

(VOVWORLD) - ລັດເຊຍ ຈະບໍ່ສະໜອງນ້ຳມັນໃຫ້ບັນດາປະເທດທີ່ສະໜັບສະໜູນຂໍ້ລິເລີ່ມຕ້ານຄືນມົດສະກູ...

 

 
ມົດສະກູ ກ່າວເຕືອນຜົນຮ້າຍຢ້ອນຫຼັງຂອງການຈັດວາງລາຄາເພດານສຳລັບນ້ຳມັນຂອງ ລັດເຊຍ - ảnh 1ທ່ານນາງ Maria Zakharova, ໂຄສົກກະຊວງການຕ່າງປະເທດ ລັດເຊຍ
(ພາບ:AFP/TTXVN)

ໃນບົດກ່າວຄຳເຫັນເມື່ອວັນທີ 30 ພະຈິກ, ຢູ່ ມົດສະກູ, ທ່ານນາງ Maria Zakharova, ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ການຈັດວາງລາຄາເພດານນ້ຳມັນຂອງ ລັດເຊຍ “ບໍ່ພຽງແຕ່ບໍ່ແມ່ນກົນໄກ ຕະຫຼາດເທົ່ານັ້ນ ຫາກຍັງເປັນການຕ້ານຄືນຕະຫຼາດ, ທຳລາຍລະບົບສະໜອງ ແລະ ອາດຈະເຮັດໃຫ້ສະພາບການໃນຕະຫຼາດພະລັງງານທົ່ວໂລກສັບສົນພໍສົມຄວນ” ກໍ່ຄືຈະກໍ່ໃຫ້ເກີດຜົນຮ້ານຢ້ອນຫຼັງຢ່າງໜັກໜ່ວງຢູ່ຫຼາຍປະເທດ. ທ່ານນາງ Zakharova ຖະແຫຼງວ່າ: ລັດເຊຍ ຈະບໍ່ສະໜອງນ້ຳມັນໃຫ້ບັນດາປະເທດທີ່ສະໜັບສະໜູນຂໍ້ລິເລີ່ມຕ້ານຄືນມົດສະກູ.

        ກ່ອນໜ້ານັ້ນ, ເດືອນ ກັນຍາ, ລັດຖະມົນຕີການເງິນກຸ່ມບັນດາປະເທດອຸດສາຫະກຳແຖວໜ້າຂອງໂລກ (G7) ເຫັນດີຈັດລາຄາເພດານນ້ຳມັນຂອງລັດເຊຍ. ຕາມແຜນການແລ້ວ, ລາຄາເພດານຈະໄດ້ຈັດວາງແຕ່ວັນທີ 5 ທັນວາ ສຳລັບນ້ຳມັນ ແລະ ບັນດາຜະລິດຕະພັນຈາກນ້ຳມັນແມ່ນແຕ່ວັນທີ 5 ກຸມພາ 2023. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ບັນດາປະເທດສະມາຊິກສະຫະພາບ ເອີລົບ (EU) ຍັງບໍ່ທັນບັນລຸໄດ້ຄວາມເຫັນດີເປັນພ້ອມກ່ຽວກັບການຈັດວາງລາຄານ້ຳມັນເພດານຂອງລັດເຊຍ ທີ່ໄດ້ຂົນສົ່ງດ້ວຍທາງທະເລຕາມຂໍ້ສະເໜີຂອງ G7.

ຕອບກັບ

ຂ່າວ/ບົດ​ອື່ນ