ມົດສະກູ ຈະໂຕ້ຕອບຢູ່ເໝາະສົມກັບເລື່ອງເນລະເທດບັນດານັກການທູດ ລັດເຊຍ

(VOVWORLD) - ທ່ານ Dmitry Peskov ເນັ້ນໜັກວ່າ: ມາດຕະການໂຕ້ຕອບຂອງ ມົດສະກູ ຈະອີງໃສ່ຫຼັກການ “ໂຕ້ຕອບຄືນ”

ມົດສະກູ ຈະໂຕ້ຕອບຢູ່ເໝາະສົມກັບເລື່ອງເນລະເທດບັນດານັກການທູດ ລັດເຊຍ - ảnh 1 ທ່ານ Dmitry Peskov, ໂຄສົກວັງ Kremlin

(ພາບ: AFP/TTXVN)

ວັນທີ 26 ມີນາ, ທ່ານ Dmitry Peskov, ໂຄສົກວັງ Kremlin ໄດ້ຢືນຢັນວ່າ: ເປັນໜ້າເສຍດາຍກ່ຽວກັບຂໍ້ຕົກລົງຂອງບັນດາລັດຖະບານຝ່າຍຕາເວັນຕົກທີ່ເນລະເທດບັນດານັກການທູດ ລັດເຊຍ ຍ້ອນເຫດອະດີດນັກສືບຂ່າວ ລັດເຊຍ Sergei Skripal ພ້ອມກັບລູກສາວຖືກວາງຢາເບື່ອຢູ່ນະຄອນ Salisbury, ປະເທດ ອັງກິດ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Dmitry Peskov ເນັ້ນໜັກວ່າ: ມາດຕະການໂຕ້ຕອບຂອງ ມົດສະກູ ຈະອີງໃສ່ຫຼັກການ “ໂຕ້ຕອບຄືນ”. ຕາມທ່ານແລ້ວ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະຍົກອອກຄຳຕັດສິນສຸດທ້າຍກ່ຽວກັບວິທີການໂຕ້ຕອບສຳລັບບັນດາການກະທຳເນລະເທດດັ່ງກ່າວ. ຖະແຫຼງການໄດ້ຊີ້ແຈ້ງວ່າ: ມົດຈະກູ ຈະໂຕ້ຕອບຢ່າງເໝາະສົມກັບແຕ່ລະປະເທດກ່ຽວກັບເລື່ອງເນລະເທດບັນດານັກການທູດ ລັດເຊຍ ແລະ ຈະປະກາດກ່ຽວກັບວຽກງານນີ້ໃນຊຸມວັນຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ