ມົດ​ສະ​ກູ ອາດ​ຈະຈັດ​ການ​ພົບ​ປະ​ ​ລະ​ຫວ່າງ​ການ​ນຳ ລັດ​ເຊຍ - ຢູ​ແກຼນ

(VOVWORLD) -ວັນທີ 1 ມິຖຸນາ, ລັດເຊຍປະກາດ ອາດຈະຈັດການພົບປະລະຫວ່າງທ່ານປະທານາທາບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຢູແກຼນ Volodymyr Zelensky ຖ້າໄດ້ຈັດຂຶ້ນນັ້ນແມ່ນຈະກະກຽມໂດຍໄວ.
ມົດ​ສະ​ກູ ອາດ​ຈະຈັດ​ການ​ພົບ​ປະ​ ​ລະ​ຫວ່າງ​ການ​ນຳ ລັດ​ເຊຍ - ຢູ​ແກຼນ - ảnh 1ທ່ານປະທານາທາບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຢູແກຼນ Volodymyr Zelensky  (ພາບ: EPA/Reuters)

ວັນທີ 1 ມິຖຸນາ, ລັດເຊຍປະກາດ ອາດຈະຈັດການພົບປະລະຫວ່າງທ່ານປະທານາທາບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຢູແກຼນ Volodymyr Zelensky ຖ້າໄດ້ຈັດຂຶ້ນນັ້ນແມ່ນຈະກະກຽມໂດຍໄວ.

        ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ວຽກງານກະກຽມໃຫ້ແກ່ຂໍ້ຕົກລົງສັນຕິພາບ ກັບ ຢູແກຼນ ໄດ້ຢຸດຕິມາແຕ່ດົນແລ້ວ ແລະ ມາຮອດປັດຈຸບັນຍັງບໍ່ທັນໄດ້ເລີ່ມຕົ້ນຄືນໃໝ່.

        ກ່ອນໜ້ານັ້ນ, ຢູແກຼນ ຖືວ່າ ຖ້າລັດເຊຍດຳເນີນການໂຮມເຂດ Kherson, Zaporizhzhia ແລະ Donbass ເຂົ້າລັດເຊຍ ທຸກການເຈລະຈາສອງຝ່າຍແມ່ນຈະຢຸດຕິ. ສ່ວນມົດສະກູຖືວ່າ ປະຊາຊົນບັນດາເຂດດັ່ງກ່າວນີ້ຕ້ອງເປັນຜູ້ຕັດສິນເອງອະນາຄົດຂອງເຂົາເຈົ້າເອງ.

ຕອບກັບ

ຂ່າວ/ບົດ​ອື່ນ