ມົດສະກູຕຳໜິຕິຕຽນNATOຖືລັດເຊຍແມ່ນໄພນາບຂູ່

ມົດສະກູຕຳໜິຕິຕຽນNATOຖືລັດເຊຍແມ່ນໄພນາບຂູ່ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ
ທ່ານ​ນາງ Maria Zakharova
(ພາບ: EPA/TTXVN)

(vovworld) – ​ ວັນ​ທີ 10/07 ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ທ່ານ​ນາງ Maria Zakharova ​ໃຫ້​ຂໍ້​ສັງ​ເກດ​ອົງການວ່າສົນ​ທິສັນຍາ​ອັດ​ລັງຕິກ​ເໜືອ (NATO) ນັບ​ມື້​ນັບ​ໂຄສະນາຮູບ​ພາບ​ປະ​ເທດ ລັດ​ເຊຍ ຄື​ດັ່ງໄພ​ນາບ​ຂູ່ ​ເພື່ອ​ອະທິບາຍ​​ໃຫ້ບັນດາ​ການ​ກະທຳ​ຂອງ​ຕົນ. ຄຳ​ວິ​ຈານ​ດັ່ງ​​ກ່າວ ​​ໂດຍທ່ານ​ນາງ Zakharova ຍົກ​ອອກ​ພາຍຫລັງ​ກອງ​ປະຊຸມ​ສຸດ​ຍອດ NATO ຫາ​ກໍ່​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 09/07 ຢູ່​ນະຄອນຫລວງ Vacsava ຂອງ​ປະ​ເທດ ​ໂປ​​ໂລຍ. ທ່ານ​ນາງ Zakharova ​ໄດ້​ກ່າວເຕືອນ​ NATO ພວ​ມຖື​ເບົາ​ບັນດາ​ຜົນ​ຮ້າຍ​ຢ້ອນ​ຫລັງ​ທີ່​ຫຍໍ້​ທໍ້​ສຳລັບ​ຄວາມ​ສະຫງົບປອດ​ໄພ​ຂອງ NATO ຍ້ອນ​ບັນດາ​ແຜນການ​ຂອງ ອາ​ເມ​ລິ​ກາ ​ແລະ NATO ​ເພື່ອ​ແນ​ໃສ່​ປ່ຽນ​ແປງດຸ່ນກຳລັງ​ຄື​ປະຈຸ​ບັນ, ​ໃນ​ນັ້ນ ມີ​ການ​ເພີ່ມ​ທະວີ​ປະຕິບັດ​ບັນ​ດາ​​ແຜນ​ການປ້ອງ​ກັນ​ລູກ​ສອນ​​ໄຟ​ຢູ່ ​ເອີ​ລົບ. ທ່ານ​ນາງ Zakharova ຖະ​ແຫຼ​ງ ວ່າ: ລັດ​ເຊຍ ລໍຖ້າ​ຄຳ​ອະທິ​ບາຍ​ລະອຽດຂອງ NATO ຢ່າງ​ລະອຽດ ກ່ຽວ​ກັບ​​ເລື່ອງເພີ່ມ​ທະວີການ​ທະຫານ​ໃນ​ທຸກ​ທິດ​ທາງ​ຢູ່ກອງ​ປະຊຸມ​ໃນ​ວັນ​ທີ 13/07 ຈະ​ມາ​ເຖິງ​ຂອງ​ສະພາ ລັດ​ເຊຍ - NATO ຂັ້ນຜູ້ຕາງ​ໜ້າປະຈ​​​ຳ.

 

ຂ່າວ/ບົດ​ອື່ນ