ມີ​ຕູ້ ATM ຫຼາຍ​ຕູ້ໂດຍ​ແຈກ​ເຂົ້າ​ສານ​ບໍ່ເກັບ​ຄ່າ​ເພື່ອ​ຊ່ວຍ​ໜູນ​ຜູ້​ທຸກ​ຍາກ​ຍ້ອນ Covid – 19

(VOVWORLD) -ດ້ວຍຄວາມຫວັງຢາກຊ່ວຍເຫຼືອບັນດາຜູ້ປະສົບກັບຄວາມຫຍຸ້ງຍາກໃນໄລຍະເກີດໂລກລະບາດ Covid – 19, ນັກຮຽນສັງກັດໂຮງຮຽນມັດຖະຍົມຕອນປາຍ ເລືອງວັນແຈັ້ງ (ນະຄອນຕຸຍຮ່ວາ, ແຂວງຝູອຽນ) ໄດ້ປະດິດສ້າງ ຮູບແບບ ຕູ້ ATM ແຈກເຂົ້າສານບໍ່ເກັບຄ່າຊ່ວຍໜູນຜູ້ທຸກຍາກ. ຕູ້ ATM ເຂົ້າສານຖືກຕັ້ງຢູ່ໃນໂຮງຮຽນແລະ ເລີ່ມເຄື່ອນໄຫວນັບແຕ່ຕອນເຊົ້າວັນທີ 19 ເມສາ.
ມີ​ຕູ້ ATM ຫຼາຍ​ຕູ້ໂດຍ​ແຈກ​ເຂົ້າ​ສານ​ບໍ່ເກັບ​ຄ່າ​ເພື່ອ​ຊ່ວຍ​ໜູນ​ຜູ້​ທຸກ​ຍາກ​ຍ້ອນ Covid – 19 - ảnh 1ພາບປະກອບ: Dansinh.vn 

ກ່ອນໜ້ານັ້ນ ໃນວັນທີ 18 ເມສາ, ມີຕູ້ ATM ເຂົ້າສານ ຫຼາຍຕູ້ກໍ່ໄດ້ຖືກນຳເຂົ້າເຄື່ອນໄຫວ. ສຳລັບຕູ້ ATM ແຈກເຂົ້າສານຕູ້ທຳອິດເພື່ອຊ່ວຍໜູນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ ຫ໋າຍຝ່ອງໄດ້ຮັບເອົາແຫຼ່ງເຂົ້າສານບໍລິຈາກ ຂອງບັນດາອົງການ, ສ່ວນບຸກຄົນ, ຜູ້ໃຈບຸນໃຈກຸສົນ. ສ່ວນຕູ້ ATM ແຈກເຂົ້າສານຕູ້ທຳອິດຢູ່ແຂວງຮ່ານາມ ແມ່ນເພື່ອຊ່ວຍໜູນບັນດາຄອບຄົວ, ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນ Covid – 19, ແຕ່ລະຄົນໄດ້ຮັບເຂົ້າສານໂດຍບໍ່ເສຍຄ່າ 5 kg. ນອກຈາກນັ້ນຢູ່ ແຂວງອານຢາງ, ແຂວງແຄັງຮ່ວາ ໃນວັນທີ 18 ເມສາ ກໍ່ໄດ້ນຳຕູ້ແຈກເຂົ້າສານໂດຍບໍ່ເກັບຄ່າ ເຂົ້າເຄື່ອນໄຫວເພື່ອຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ