ມີຕົວປະກັນຊີຣີອີກຄົນໜຶ່ງຖືກສັງຫານ

(VOVWORLD) -ວັນທີ 09 ສິງຫາ, ສຳນັກຂ່າວສານ AFP ຂອງຝລັ່ງ ໃຫ້ຂ່າວວ່າ ອົງການກໍ່ການຮ້າຍ IS ໄດ້ສັງຫານຕົວປະກັນອີກຄົນໜຶ່ງ ເຊິ່ງກຸ່ມນີ້ໄດ້ລັກພາຕົວໃນວັນທີ 25 ກໍລະກົດ, ຢູ່ແຂວງ Sweida, ທາງພາກໃຕ້ຊີຣີ.

ຕົວປະກັນຖືກສັງຫານແມ່ນແມ່ຍິງຊາວຊີຣີ ອາຍຸ 65 ປີ, ຖືກລັກພາຕົວພ້ອມກັບກວ່າ 30 ຄົນ, ໃນນັ້ນສ່ວນຫຼາຍແມ່ນແມ່ຍິງ ແລະ ເດັກນ້ອຍ ທີ່ດຳລົງຊີວິດຢູ່ໝູ່ບ້ານໜຶ່ງທີ່ແຂວງ Sweida. ເຫດການຖືກດຳເນີນໃນສະພາບການທີ່ IS ພວມຊອກຫາວິທີເຈລະຈາກັບລັດຖະບານຊີຣີ, ລັດເຊຍ ກ່ຽວກັບເລື່ອງແລກປ່ຽນຈຳນວນຕົວປະກັນດັ່ງກ່າວກັບບັນດາມືປືນທຳສົງຄາມສັກສິດ ທີ່ພວມຖືກອຳນາດການປົກຄອງ Damacus ກັກຄັງ.

        ກ່ອນໜ້ານັ້ນ, ວັນທີ 05 ສິງຫາ, ເວັບໄຊ Sweida 24 ໄດ້ໃຫ້ຂ່າວວ່າ IS ໄດ້ສັງຫານຕົວປະກັນຄົນທຳອິດແມ່ນນັກສຶກສາອາຍຸ 19 ປີ. ມາຮອດປະຈຸບັນ, ຍັງມີຢ່າງໜ້ອຍສຸດແມ່ນແມ່ຍິງ 13 ຄົນ ແລະ ເດັກນ້ອຍ 15 ຄົນພວມຖືກ IS ຈັບເປັນຕົວປະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ