ມີນັກກິລາເກືອບ300ຄົນເຂົ້າຮ່ວມການແຂ່ງຂັນລົດຖີບ“ສຽງກ້ອງກັງວານແມ່ນ້ຳຮ່ານ”ຢູ່ດ່ານັ້ງ

ມີນັກກິລາເກືອບ300ຄົນເຂົ້າຮ່ວມການແຂ່ງຂັນລົດຖີບ“ສຽງກ້ອງກັງວານແມ່ນ້ຳຮ່ານ”ຢູ່ດ່ານັ້ງ - ảnh 1
ທ່ານ ໂດແອງຕ໋ວນ ປະທານສະມາຄົມລົດຖີບ
ນະຄອນ ດ່າໜັງ - ຫົວໜ້າຄະນະຈັດຕັ້ງ
(ພາບ: tienphong.vn)

(vovworld) - ມີ​ນັກ​ກິລາ​ເກືອບ 300 ​ຄົນທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ລົດຖີບ “ສຽງ​ກ້ອງ​ກັງວານ​​ແມ່ນ້ຳ​ຮ່າ​ນ” ຄັ້ງ​ທີ 1 ປີ 2016, ຊິງ​ຂັນ Asanzo ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 10/7. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ສະມາຄົມ​ລົດຖີບ​ກິລາ​ນະຄອນ ດ່າ​ນັ້ງຈັດ​ຕັ້ງ​ການ​ແຂ່ງຂັນ​ລົດຖີບ​ ​​ໃຫ້​ບັນດາ​ຜູ້ນິຍົມ​ກິລາ​ປະ​ເພດ​ນີ້, ​ແນ​ໃສ່​ລະ​ດົມ​ນຳ້​ໃຈ​ກິລາ, ​ເຝິກ​ແອບ​ຮ່າງກາຍ. ບັນດາ​ນັກ​ກິລາ​​ແຂ່ງຂັນ​ຖືກ​ແບ່ງຕາມ​ເກນ​ອາຍຸ​ຄື: ​ແຕ່ 18-39 ປີ, ​ແຕ່ 40-50 ປີ ​ແລະ ​ແຕ່ 52 ປີ​ຂຶ້ນ​ໄປ. ນອກ​ນັ້ນ​ຍັງມີ​ເນື້ອ​ໃນ​ແຂ່ງຂັນ​ສຳລັບ​ຜູ້ຍິງ​ອີກ. ທ່ານ ​ເຈິ່ນກົງ​ຮວານ, ອາຍຸ 60 ປີ, ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ລົດຖີມຄັ້ງນີ້, ​ໃຫ້​ຮູ້​ວ່າ,

“ການ​ແຂ່ງຂັນ​ນີ້​ມີ​ຄວາມ​ໝາຍ​ທີ່​ສຸດ, ກ່ອນ​ອື່ນ​ໝົດ​ເຮົາ​ແຂ່ງຂັນ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ສຸຂະພາບຂອງ​ຕົນ, ​ຜູ້​ມີອາຍຸ​ຄື​ຂ້າພ​ເຈົ້າ​ຍັງ​ຄົງ​ຮັກສາ​ສຸຂະພາບ​​ໄວ້ຢູ່… ຫວັງວ່າການ​ແຂ່ງຂັນ​ລົດຖີບ​ສຳລັບ​ຄົນ​ໜຸ່ມ​ຈະ​ພັດທະນາ​ຂື້ນ​ຕື່ມ ​ແລະ ຮັກສາ​ໄດ້​ທ່າ​ພັດທະນາ​ຂອງ​ການ​ແຂ່ງຂັນ​ກິລາ​ລົດຖີບ​ຂອງ​ນະຄອນ​ດ່າ​ນັ້ງ“.

ຂ່າວ/ບົດ​ອື່ນ