ມີ​ນັກ​ທ່ອງ​ທ່ຽວ​, ປະ​ຊາ​ຊົນ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ​ງານ​ບຸນ “ໄປ​ຕ໊າຍ” ຢູ່ ອຽນ​ບ໊າຍ

(VOVWORLD) - ໄປຕ໊າຍ” ໝາຍຄວາມວ່າ ມາຢາມຄອບຄົວທາງເມຍ. ນີ້ແມ່ນໂອກາດເພື່ອໃຫ້ລູກສາວ ພ້ອມດ້ວຍຜົວ ກັບເມືອຢາມພໍ່ແມ່ ແລະ ໃຕ້ທູບທຽນບູຊາບັນພະບຸລຸດທາງເມຍ, ພ້ອມທັງແມ່ນໂອກາດເພື່ອໃຫ້ລູກເຂີຍສະແດງຄວາມຮູ້ບຸນຄຸນ, ຄວາມກະຕັນຍູຕໍ່ກັບຄອບຄົວທາງເມຍ.
ມີ​ນັກ​ທ່ອງ​ທ່ຽວ​, ປະ​ຊາ​ຊົນ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ​ງານ​ບຸນ “ໄປ​ຕ໊າຍ” ຢູ່ ອຽນ​ບ໊າຍ - ảnh 1ງານບຸນ “ໄປຕ໊າຍ” ຢູ່ ອຽນບ໊າຍ (ພາບປະກອບ: VOV1)

ມີປະຊາຊົນ  ແລະ ແຂກທ່ອງທ່ຽວນັບພັນຄົນ ໄດ້ເຕົ້າໂຮມກັນຢູ່ຕາແສງ ເລິມເທື້ອງ, ເມືອງ ລຸກອຽນ, ແຂວງ ອຽນບ໊າຍ ເພື່ອຕິດຕາມບັນດາການເຄື່ອນໄຫວຂອງງານບຸນ “ໄປຕ໊າຍ” ປີ 2024. “ໄປຕ໊າຍ” ໝາຍຄວາມວ່າ ມາຢາມຄອບຄົວທາງເມຍ. ນີ້ແມ່ນໂອກາດເພື່ອໃຫ້ລູກສາວ ພ້ອມດ້ວຍຜົວ ກັບເມືອຢາມພໍ່ແມ່ ແລະ ໃຕ້ທູບທຽນບູຊາບັນພະບຸລຸດທາງເມຍ, ພ້ອມທັງແມ່ນໂອກາດເພື່ອໃຫ້ລູກເຂີຍສະແດງຄວາມຮູ້ບຸນຄຸນ, ຄວາມກະຕັນຍູຕໍ່ກັບຄອບຄົວທາງເມຍ.

        ງານບຸນ “ໄປຕ໊າຍ” ປີ 2024 ໄດ້ດຳເນີນໃນວັນທີ 10 – 11 ສິງຫາ (ກົງກັບວັນທີ 7 – 8 ເດືອນ 7 ໄລ່ຕາມຈັນທະປະຕິທິນ) ດ້ວຍຫຼາຍເນື້ອໃນທີ່ໜ້າຈັບໃຈ, ເປັນເອກະລັກ, ເຊັ່ນ: ການແຂ່ງຂັນພັນແພພື້ນເມືອງໃສ່ຫົວຂອງຊາວເຜົ່າ ໄຕ, ຈັກສານພາຊະນະ, ຊົນແບ້, ເຮັດເຂົ້າໜົມບັນໄຢ, ຈັບຫາປາ, …  ພ້ອມດຽວກັນນັ້ນ ແມ່ນບັນດາການເຄື່ອນໄຫວສະແດງສິລະປະວັດທະນະທຳ, ບານເຕະຍິງມິດຕະພາບລະຫວ່າງຕາແສງ; ວາງສະແດງບັນດາຜະລິດຕະພັນທີ່ພົ້ນເດັ່ນຂອງທ້ອງຖິ່ນ ແລະ ເຂດໃກ້ຄຽງ. ເອື້ອຍ ຫງວຽນເຟືອງຖາວ, ແຂກທ່ອງທ່ຽວມາຈາກນະຄອນ ອຽນບ໊າຍ ແບ່ງປັນວ່າ:

         “ຂ້າພະເຈົ້າເຫັນວ່າ ລາຍການປະກວດຊຸດອາພອນປະຈຳເຜົ່າໄຕ ງາມຫຼາຍ ແລະ ມີຫຼາຍກິດຈະກຳແປກໃໝ່ ແລະ ປະທັບໃຈຫຼາຍ.  ເຂົ້າຮ່ວມງານບຸນນີ້ ກໍໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບວັດທະນະທຳເປເພນີຂອງຊາວເຜົ່າ ໄຕ ຕື່ມອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ