ມີນັກທ່ອງທ່ຽວສາກົນມາຫວຽດນາມ ເກືອບ 3 ລ້ານເທື່ອຄົນ

ມີນັກທ່ອງທ່ຽວສາກົນມາຫວຽດນາມ ເກືອບ 3 ລ້ານເທື່ອຄົນ - ảnh 1
( ພາບປະກອບ )

( vovworld ) -   ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກົມ​ໃຫຍ່​ທ່ອງ​ທ່ຽວ​ແລ້ວ, ​ໃນ 5 ​ເດືອນ​ຕົ້ນ​ປີ 2012 ຈຳນວນ​ແຂກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ​ບັນລຸ​ເກືອບ 3 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ເກືອບ 18% ​ເມື່ອ​ທຽບ​ໃສ່​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2011. ​ໃນ​ນັ້ນ, ຈຳນວນ​ແຂກມາ​​ທ່ຽວ, ພັກຜ່ອນ​ກວ່າ 1,7 ລ້ານ​ເທື່ອ​ຄົນ… ນັກ​ທ່ອງ​ທ່ຽວມາ​ຫວຽດນາມ​ ຫຼາຍ​ສຸດ​​ແມ່ນ​ນັກ​ທ່ອງ​ທ່ຽວ​ທີ່ມາ​ຈາກ​ລັດ​ເຊຍ ​ເພາະ​ຢາມ​ໃດເຂົາ​ເຈົ້າກໍ​ເລືອກ​​ເອົາຫວຽດນາມ ​​ເຊິ່ງແມ່ນ​ສະຖານ​ທີ່ດຶງ​ດູດ​ໃຈ. ພິ​ເສດ​ແມ່ນ​ບັນດາຫາດ​ຊາຍ​ທະ​ເລ, ບັນດາ​ນະຄອນທ່ອງ​ທ່ຽວ​ຂອງ​ພາກ​ກາງ ຍາມ​ໃດ​ກໍ​ມີ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍມາ​ທ່ຽວຄື ​ໂຮ້ຍອານ, ຍາ​ຈາງ, ບິ່ງ​ທ້ວນ. ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ຂອງ​ລັດ​ເຊຍ ​ໄດ້​ຈັດ​ສົ່ງ​ບັນດາ​ຄະນະນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ, ພິຈາລະນາ​ຄວາມສາມາດ​ບົມຊ້ອນ, ຜະລິດ​ຕະພັນ​ທ່ອງ​ທ່ຽວ​ຢູ່​ນະຄອນ​ດາ​ນັ້ງ ​ແລະ ທາງພາກ​ກາງ. ຕາມ​ແຜນການ, ​ແຕ່​ເດືອນ 5 – 10/2012, ຄາ​ດວ່າ ດາ​ນັ້ງ​ ຈະ​ຕ້ອນ​ຮັບ 54 ຖ້ຽວບິນ​​ເໝົາ​ລຳໂດຍ​ກົງ​ຈາກ​ບັນດາ​ນະຄອນ​ຂອງ​ລັດ​ເຊຍ, ພານັກ​ທ່ອງ​ທ່ຽວ​​ມາ​ທ່ຽວຢູ່​ພາກ​ກາງ​ຫວຽດນາມກວ່າ 1 ໝື່ນ 2 ພັນ​ເທື່ອ​ຄົນ…

ຂ່າວ/ບົດ​ອື່ນ