ມີ​ນັກ​ວິ​ທະ​ຍາ​ສາດ​ໂລກຫຼາຍ​ທ່ານ​ເຂົ້າ​ຮ່ວມໂຮງ​ຮຽນ ຫວຽດ​ນາມ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ ຟີ​ຊິກ​

(VOVWORLD) - ເຫດການມີການເຂົ້າຮ່ວມຂອງນັກວິທະຍາສາດ, ນັກຄົ້ນຄ້ວາ ແລະ ສຳມະນາກອນ 32 ທ່ານທີ່ມາຈາກຍີ່ປຸ່ນ, ຈີນ, ອິນເດຍ, ອີຕາລີ, ອັງກິດ ແລະ ຫວຽດນາມ.
ມີ​ນັກ​ວິ​ທະ​ຍາ​ສາດ​ໂລກຫຼາຍ​ທ່ານ​ເຂົ້າ​ຮ່ວມໂຮງ​ຮຽນ ຫວຽດ​ນາມ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ ຟີ​ຊິກ​ - ảnh 1ໂຮງຮຽນ VSON8 (ພາບ: ICISE)

ວັນທີ 16 ກໍລະກົດ, ຢູ່ນະຄອນ ກຸຍເຍິນ, ແຂວງບິ່ງດິງ, ສະມາຄົມວິທະຍາສາດ ການພົບປະ ຫວຽດນາມ (Rencontres du Vietnam) ແລະ ສູນ ວິທະນາຍາສາດ ແລະ ການສຶກສາ ລະຫວ່າງຂະແໜງ ສາກົນ ໄດ້ຈັດພິທີໄຂໂຮງຮຽນ ຫວຽດນາມ ກ່ຽວກັບ Neutrinos ຄັ້ງທີ 8 (VSON8). ເຫດການມີການເຂົ້າຮ່ວມຂອງນັກວິທະຍາສາດ, ນັກຄົ້ນຄ້ວາ ແລະ ສຳມະນາກອນ 32 ທ່ານທີ່ມາຈາກຍີ່ປຸ່ນ, ຈີນ, ອິນເດຍ, ອີຕາລີ, ອັງກິດ ແລະ ຫວຽດນາມ.ໂຮງຮຽນໄດ້ສ້າງຕັ້ງຂຶ້ນເພື່ອແນໃສ່ສະໜອງໃຫ້ສຳມະນາກອນມີພື້ນຖານຢ່າງໝ້ັນແກ່ນກ່ຽວກັບ Neutrinos ເພື່ອພັດທະນາບັນດານັກຄົ້ນຄ້ວາຂອງ ຫວຽດນາມໃນຂົງເຂດນີ້.

ແລະກໍ່ໃນວັນດຽວກັນ, ຢູ່ສູນ ວິທະຍາສາດ ແລະ ການສຶກສາ ລະຫວ່າງຂະແໜງ ສາກົນ ນະຄອນກຸຍເຍິນ, ມີນັກວິທະຍາສາດ, ນັກຄົ້ນຄ້ວາ 34 ທ່ານທີ່ມາຈາກ 13 ປະເທດ ແລະ ເຂດແຄ້ວນ ໄດ້ເຂົ້າຮ່ວມພິທີໄຂໂຮງຮຽນຟີຊິກສາດ ຫວຽດນາມຄັ້ງທີ 30 (VSOP30). VSOP30 ໄດ້ເຕົ້າໂຮມນັກຄົ້ນຄ້ວາຫຼາຍຄົນໃນໂລກ ເພື່ອແນໃສ່ເຊື່ອມຕໍ່, ກຳນົດທິດນັກສຳມະນາກອນທີ່ມີຄວາມເມົາມົວກັບຂົງເຂດຟີຊິກ. ພິເສດ, ສຳມະນາກອນຈະມີໂອກາດສຳຜັດກັບບັນດາຫົວຂໍ້ຄົ້ນຄ້ວາ ທີ່ບັນດາຄູອາຈານພວມໄດ້ຮັບການປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ