ມີນັກສຶກສາກວ່າ 400 ຄົນສະເໜີແນວຄວາມຄິດວາງແຜນຜັງເຂດຕົວເມືອງ “zero carbon” ຢູ່ ວູງເຕົ່າ

(VOVWORLD) - ເຂດ ບັກເຟືອທັງ ມີເນື້ອທີ່ທັງໝົດກວ່າ 2.322 ເຮັກຕາ. ນີ້ແມ່ນເຂດມີທິວທັດທຳມະຊາດເປັນເອກະລັກສະເພາະ
ມີນັກສຶກສາກວ່າ 400 ຄົນສະເໜີແນວຄວາມຄິດວາງແຜນຜັງເຂດຕົວເມືອງ “zero carbon” ຢູ່ ວູງເຕົ່າ - ảnh 1ນະຄອນ ວູງເຕົ່າ, ແຂວງ ບ່າເຣີຍ - ວູງເຕົ່າ ວາງແຜນຜັງເຂດຕົວເມືອງ “zero carbon”
(ພາບ: ລຶວເຊີນ)

        ມີນັກສຶກສາຢູ່ພາຍໃນປະເທດ ແລະ ສາກົນນັບຮ້ອຍຄົນທີ່ມາຈາກ 30 ປະເທດໃນໂລກ, ໄດ້ສົ່ງແນວຄວາມຄິດເຂົ້າຮ່ວມການວາງແຜນຜັງເຂດຕົວເມືອງ “zero carbon” ຢູ່ນະຄອນ ວູງເຕົ່າ, ແຂວງ ບ່າເຣີຍ - ວູງເຕົ່າ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນງານວາງສະແດງ ແລະ ມອບລາງວັນການເສັງອອກແບບສາກົນຄັ້ງທີ 3, ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 09 ມັງກອນ, ຢູ່ນະຄອນ ວູງເຕົ່າ.

        ແນວຄວາມຄິດຂອງບັນດານັກສຶກສາຢູ່ພາຍໃນ ແລະ ຕ່າງປະເທດແມ່ນການວາງແຜນຜັງ, ກໍ່ສ້າງເຂດ ບັກເຟືອກທັງ, ພວມໄດ້ກຳນົດທິດພັດທະນາກາຍເປັນເຂດຕົວເມືອງຊີວະພາບແບບຢ່າງຂອງນະຄອນ ວູງເຕົາ, ກາຍເປັນເຂດຕົວເມືອງ “zero carbon” ທຳອິດຂອງແຂວງ. ເຂດ ບັກເຟືອທັງ ມີເນື້ອທີ່ທັງໝົດກວ່າ 2.322 ເຮັກຕາ. ນີ້ແມ່ນເຂດມີທິວທັດທຳມະຊາດເປັນເອກະລັກສະເພາະ ແລະ ນອນໃນເສັ້ນທາງເຊື່ອມຕໍ່ນະຄອນ ວູງເຕົ່າ ກັບຫຼາຍເຂດຈຸດສຸມ, ໃນນັ້ນມີນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ