ມີນັກສັງເກດການຕ່າງປະເທດກວ່າ 1.000 ຄົນຈະຕິດຕາມກວດກາການເລືອກຕັ້ງປະທານາທິບໍດີ ລັດເຊຍ 2024

(VOVWORLD) - ທ່ານນາງ Ella Pamfilova, ປະທານຄະນະກຳມະການເລືອກຕັ້ງ ລັດເຊຍ ໄດ້ແຈ້ງບັນຊີລາຍຊື່ ໂດຍຄະນະກຳມະການເລືອກຕັ້ງ ລັດເຊຍ ເຊື້ອເຊີນ
ມີນັກສັງເກດການຕ່າງປະເທດກວ່າ 1.000 ຄົນຈະຕິດຕາມກວດກາການເລືອກຕັ້ງປະທານາທິບໍດີ ລັດເຊຍ 2024 - ảnh 1ທ່ານປະທານາທິບໍດີ  Vladimir Putin ທີ່ການພົບປະກັບທ່ານນາງ Ella Pamfilova, ປະທານຄະນະກຳມະການເລືອກຕັ້ງ ລັດເຊຍ
(ພາບ: AFP/TTXVN)

       ມີນັກສັງເກດການຕ່າງປະເທດກວ່າ 1.000 ຄົນທີ່ມາຈາກ 95 ປະເທດໃນໂລກຈະໄປ ລັດເຊຍ ເພື່ອຕິດຕາມກວດກາການເລືອກຕັ້ງປະທານາທິບໍດີ ລັດເຊຍ, ເຊິ່ງຄາດວ່າຈະດຳເນີນໃນເດືອນ ມີນາ.

ທ່ານນາງ Ella Pamfilova, ປະທານຄະນະກຳມະການເລືອກຕັ້ງ ລັດເຊຍ ໄດ້ແຈ້ງບັນຊີລາຍຊື່ ໂດຍຄະນະກຳມະການເລືອກຕັ້ງ ລັດເຊຍ ເຊື້ອເຊີນ, ມີ 14 ອົງການຈັດຕັ້ງສາກົນ, ຫ້ອງການຜູ້ຕາງໜ້າກ່ຽວກັບສິດທິມະນຸດຂອງ 20 ປະເທດ. ຄະນະກຳມະການໃຫ້ຄຳໝັ້ນສັນຍາວ່າ ຈະສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ບັນດານັກສັງເກດການປະຕິບັດວຽກງານຕິດຕາມກວດກາ. ໃນຂະນະນັ້ນ, ທ່ານນາງ Valentina Matviyenko, ປະທານສະພາສູງ ລັດເຊຍ ໃຫ້ຮູ້ວ່າ, ສະພາແຫ່ງຊາດ ລັດເຊຍ ໄດ້ເຊື້ອເຊີນຜູ້ຕາງໜ້າບັນດາອົງການນິຕິບັນຍັດຂອງບັນດາປະເທດເຊິ່ງ ມົດສະກູ ຖືວ່າເປັນມິດກັບ ລັດເຊຍ, ເຊື້ອເຊີນສະພາລະຫວ່າງລັດຖະສະພາ, ສະພາລັດຖະສະພາອົງການສົນທິສັນຍາຄວາມໝັ້ນຄົງລວມໝູ່ (CSTO) ເຂົ້າຮ່ວມຕິດຕາມກວດກາການເລືອກຕັ້ງ.

ຕາມແຜນການແລ້ວ, ການເລືອກຕັ້ງປະທານາທິບໍດີ ລັດເຊຍ ຈະຈັດຂຶ້ນໃນວັນທີ 13 ມີນາ ຈະມາເຖິງ. ຜູ້ມີສິດເລືອກຕັ້ງຈະໄປປ່ອນບັດແຕ່ວັນທີ 15 – 17 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ